ປ໊ອກບາ ເອົາຊະນະ 2 ເພື່ອນຮ່ວມທີມຄວ້າລາງວັນນັກເຕະດີເດັ່ນຢູໂຣປາລີກ
ປໍລ ປ໊ອກບາ ກອງກາງຄ່າຕົວແພງສຸດໃນໂລກຂອງແມນເຊສເຕີ ຢູໃນເຕັດ ຄວ້າລາງວັນນັກເຕະດີເດັ່ນຂອງ ຢູໂຣປາລີກ ປະຈໍາລະດູການ 2016-2017 ຈາກການປະກາດຂອງສະຫະບານເຕະຢູໂຣບ (ຢູຟ່າ) ໃນວັນສຸກ 25 ສິງຫາທີຜ່ານມາ
ມິດຟິລ ອາຍຸ 24 ປີ ເຈົ້າຂອງຄ່າຕົວ 89 ລ້ານປອນ ເອົາຊະນະ ຊລາຕັນ ອິບຣາຮິໂມວິຊ ແລະເຮນຮິດ ມຄິທາຢານ ສອງເພື່ອນຮ່ວມທີມທີ່ຊ່ວຍກັນສ້າງຜົນງານໃຫ້ ປີສາດແດງ ຄວ້າແຊມຖ້ວຍຂອງຢູໂຣບສໍາເລັດ
ປ໊ອກບາ ຍິງ 3 ປະຕູ ຈາກການລົງຫຼີ້ນ 15 ນັດໃນ ຢູໂຣປາ ລີກ ໃນລະດູການທີ່ແລ້ວລວມທັງເປັນຄົນຍິງໃນຮອບຊີງຊະນະເລີດ ທີ່ເອົາຊະນະ ອາແຈັກ ອໍາສເຕີດໍາ ຈາກ ຮອນແລນ 2-0

Post a Comment