ຣັດເຊຍເປີດຕົວເຮືອບິນລົບລ່ອງຫົນຊູ-57 ແຕ່ຊ່ຽວຊານບອກຍັງບໍ່ຄັກ(ກົດຊົມຄລິບ)
ກອງທັບຣັດເຊຍເປີດຕົວເຮືອບິນຣົບເທັກໂນໂລຢີລ່ອງຫົນລຸ່ນທໍາອດຂອງຍຸກທີ່
5 “ຊູ-57” ໃນງານນິທັດຊະການອາວຸດຍຸດໂທປະກອນກອງທັບ ບໍລິເວນຊານເມືອງກຸງມົດສະກູ
ແຕ່ຜູ້ຊ່ຽວຊານບອກວ່າຍັງບໍ່ປານໃດເພາະວ່າໃຊ້ເຄື່ອງຍົນເກົ່າ
ເວັບໄຊຂ່າວເດີ
ຊັນ ຂອງອັງກິດລາຍງານໃນວັນທີ່ 26 ສິງຫາວ່າ ເຮື່ອບິນລົບສເຕລ ຊູ-57 ຂອງຣັດເຊຍ
ເຊິງເປັນເຮືອບິນລົບໃນຍຸກທີ່ 5 ເປີດຕົວເປັນຄັ້ງທໍາອິດໃນງານສະແດງອາວຸດ International Army Game ປະຈໍາປີ 2017
ທີກຸງມົດສະກູ ໃນວັນສຸດທີ່ຜ່ານມາເຊິງຈັດຂື້ນເປັນເວລາ 2 ອາທິດ ມີ 28
ປະເທດນອກອົງກອນນາໂຕ ຍົກເວັ້ນ ກີຣຊ ຈາກທັງໝົດ 70 ປະເທດທີ່ຣັດເຊຍເປັນເຈົ້າພາບເຊີນ
ເຂົ້າຮ່ວມການສະແດງຂີດຂັ້ນກອງທັບຢ່າງຄຶກຄັກ
ຊູ-57 ສເຕລ ຜະລິດໂດຍບໍລິສັດຊູຄອຍ
ເປັນເຮືອບິນລົບ 2 ເຄື່ອງຍົນບ່ອນນັ່ງດຽວ ທີ່ຫາກໍ່ໄດ້ຮັບການປະກາດໃຫ້ເປັນລຸ່ນ ຊູູ-57
ໃນວັນທີ່ 11 ສິງຫາ ສື່ມວນຊົນຣັດເຊຍມັກເອີ້ນຂານສາຍາເຮຶອບິນລົບລຸ່ນໃໝ່ນີ້ວ່າ ປີສາດ (Ghost) ເນື່ອງຈາກຖືກອອກໃຫ້ລ່ອງຫົນ
ຈົນເຣດ່າສັດຕູເບິ່ງບໍ່ເຫັນຫຼືກວດຈັບໄດ້ ແລະຍັງມີຄວາມສຸດຍອດອື່ນໆອີກຫຼາຍ
ລວມເຖິງສາມາດຄວບຄຸມໄລຍະໄກ ບໍ່ຕ່ອງມີນັກບິນຂັບຂີ່ແລະຄວາມມີໄວສູງສຸດເຖິງ 2,400 ກມ/ຊມ
ຜູ້ຊ່ຽວຊານດ້ານການບິນຈໍານວນຫຼສຍ
ຕ່າງກໍ່ສະຫງວນທ່າທີທີ່ຈະອອກຄວາມຄິດເຫັນໂດຍເປີດເຜີຍວ່າ ແທ້ຈິງລ້ວ ເຮຶອບິນຊູ-57
ຫາຍຕົວໄດ້ແທ້ບໍ ຫຼືຜ່ານຄຸນສົມບັດເປັນເຄື່ອງບິນລົບໃນຍຸກທີ່ 5 ຫຼືບໍ
ແລະຍັງມີບັນຫາອື່ນໆທ່ມັນຖືກເອີ່ຍຫຼາຍຄັ້ງເຊັ່ນ
ອາວຸດພາຍນອກແລະເຄື່ອງຍົນເກົ່າຕໍ່າກວ່າມາດຕະຖານ ແລະເຊື່ອວ່າໂດຍພື້ນຖານມັນຄືຊູ-35
ໂດຍມີການປັບປຸງເທັກໂນໂລຢີສເຕລແລະລະບົບເຣດ່າ ເອອີເອສເອ(AESA)
ເຮຶອບິນລົບສເຕລ
ເອຟ-35 ເຊິ່ງເປັນເຮຶອບິນເທັກໂນໂລຢີລ່ອງຫົນລ້ໍາຍຸກສຸດຍອດທີ່ສຸດຂອງສະຫະລັດໃນປັດຈຸບັນຄວາມໄວລະບຸໄວ້ທີ່
1,930 ກມ/ຊມ ຖ້າຫາກຄວາມໄວຂອງເຮືອບິນລົບຊູ-57
ເປັນຈິງກໍ່ເທົ່າກັບວ່າບິນໄດ້ໄວກວ່າເຮືອບິນລົບຍຸກທີ່5 ຂອງສະຫະລັດ ນອກນັ້ນສື່ຣັດເຊຍຍັງລາຍງານວ່າຊູ-57
ມີອາວຸດເໜືອ ກວ່າ ເອຟ-35 ໂດຍໜື່ງໃນອາວຸດຕິດຕັ້ງເຄື່ອງບິນ ຈະລວດພິໄສແບບອາກາດ ເຄ-77
ເອັມເຊິງມີພິໄສໄກປະມານ 125 ໄມລ
ກະຊວງປ້ອງກັນປະເທດຣັດເຊປະກາດຕໍ່ສາທາລະນະຊົນວ່າຊູ-57
ມີຄວາມເໜືອກວ່າເຮຶອບິນລົບເອຟ-22 ຂອງກອງທັບອາກາດສະຫະລັດ ແລະເຄື່ອງບິນລົບເສິ່ນຫຍາງ
ເຈ-31 ຂອງກອງທັບຈີນ
ຄລິບປະກອບຈາກ: Russia Insider

Post a Comment