ຕາລີບັນ ກໍ່ເຫດລະເບີດຂ້າຕົວຕາຍ ຖະຫຼົ່ມ ອັຟການິສຖານ ຕາຍ 5 ເຈັບອີກນັບບໍ່ຖ້ວນ
ສະມາຊິກກຸ່ມຕາລີບັນ ກໍ່ເຫດລະເບີດຂ້າຕົວຕາຍ ທີ່ກອງບັນຊາການຕຳຫຼວດ ທາງຕອນໃຕ້ຂອງ ອັຟການິສຖານ ສົ່ງຜົນໃຫ້ມີຄົນເສຍຊີວິດ 5 ຄົນ ແລະ ບາດເຈັບອີກກວ່າ 25 ຄົນ ນັບເປັນເຫດໂຈມຕີທີ່ຮຸນແຮງເທື່ອທຳອິດ ຕັ້ງແຕ່ປະທານາທິບໍດີ ໂດໂນລ ທຮັມ ປະກາດວ່າຈະສົ່ງທະຫານເຂົ້າໄປຊ່ວຍຮົບໃນ ອັຟການິສຖານ. ຄົນຮ້າຍໄດ້ຈູດລະເບີດທີ່ມີຢູ່ເຕັມຄັນລົດ ທີ່ຈອດໄວ້ໃກ້ກັບກອງບັນຊາການຕຳຫຼວດ ໂດຍຂະນະທີ່ກໍ່ເຫດລະເບີດ ບໍລິເວນນັ້ນແມ່ນເຕັມໄປດ້ວຍຜູ້ຄົນທີ່ກຳລັງເຂົ້າຄິວ ເພື່ອເຂົ້າໄປກອງບັນຊາການຕຳຫຼວດ.


Post a Comment