ສະຫະລັດ ຖະແຫຼງ ປາກີສະຖານ ໜຸນການກໍ່ການຮ້າຍ ຂູ່ຫຼຸດສະຖານະພັນທະມິດ ທາງການທະຫານ



ລັດຖະມົນຕີການຕ່າງປະເທດສະຫະລັດ ເນັ້ນຍຳ້ ຄຳຖະແຫຼງຂອງ ໂດໂນລ ທຮັມ ທີ່ລະບຸກ່ອນໜ້ານີ້ວ່າ ປາກີສະຖານສະໜັບສະໜຸນກຸ່ມກໍ່ການຮ້າຍໃນ ອັຟການິສຖານ ນອກຈາກນີ້ຍັງເຕືອນວ່າ ຫາກປາກີສະຖານ ຍັງບໍ່ຢຸດພຶດຕິກຳດັ່ງກ່າວ ສະຫະລັດອາດພິຈາລະນາຫຼຸດສະຖານະການເປັນພັນທະມິດທາງການທະຫານລົງ. ດ້ານກະຊວງການຕ່າງປະເທດປາກີສະຖານ ຕອບໂຕ້ຂໍ້ກ່າວຫາດັ່ງກ່າວ ໂດຍລະບຸວ່າ ປາກີສະຖານເປັນປະເທດທີ່ໄດ້ຮັບຜົນກະທົບ ຈາກການກໍ່ການຮ້າຍຫຼາຍທີ່ສຸດ ແລະ ຮູ້ສຶກຜິດຫວັງຕໍ່ຖະແຫຼງການຂອງ ທຮັມ ທີ່ບໍ່ສົນໃຈຕໍ່ຄວາມເສຍສະຫຼະໃຫຍ່ຫຼວງຂອງປາກີສະຖານ ໃນຄວາມພະຍາຍາມຕໍ່ສູ້ກັບການກໍ່ການຮ້າຍ. ທັງນີ້ ປາກີສະຖານ ເປັນໜຶ່ງໃນພັນທະມິດນອກກຸ່ມ ນາໂຕ່ ຂອງສະຫະລັດ ຮັບປະໂຫຍດຈາກເງີນຊ່ວຍເຫຼືອນັບພັນລ້ານໂດລາ ແລະ ສິດການເຂົ້າເຖີງເຕັກໂນໂລຊີ ທາງການທະຫານຂອງສະຫະລັດ ຢ່າງໃດກໍ່ຕາມ ຄວາມສຳພັນລະຫວ່າງ ສະຫະລັດ ແລະ ປາກີສະຖານ ໃນຊ່ວງ 10 ປີຜ່ານມາ ມີແຕ່ຄວາມແປປວນ ເນື່ອງຈາກສະຫະລັດມັກກ່າວຫາປາກີສະຖານວ່າ ໃຫ້ການສະໜັບສະໜຸນກຸ່ມກໍ່ການຮ້າຍ ຕາລີບັນ ເພື່ອທຳລາຍຄວາມໝັ້ນຄົງໃນ ອັຟການິສຖານ.

ไม่มีความคิดเห็น