ແຜ່ນດິນໄຫວ5.0ໃນແຂວງອິບາຣາກິ ຮັບຮູ້ໄດ້ໄກເຖິງກຸງໂຕກຽວ


ສໍານັກຂ່າວຕ່າງປະເທດລາຍງານຈາກກຸງໂຕກຽວປະເທດຢີ່ປຸ່ນ ໃນວັນທີ່ 27 ສິງຫາ ວ່າສໍານັກງານສໍາຫຼວດທໍລະນີວິທະຍາສາດສະຫະລັດ(ຢູເອສຈີເອສ)ລາຍານເກີດແຜ່ນດິນໄຫວລະດັບກາງ 5.0 ແມກນິຈູດ ໃນເວລາ 10:26 ນາທີ ຕາມເວລາທ້ອງຖິ່ນຂອງກຸງໂຕກຽວ(8:26 ນາທີ ຕາມເວລາໃນປະເທດລາວ) ໂດຍມີຈຸດສູນກາງຢູ່ເລິກລົງໄປພື້ນດິນ 10 ກມ ຫ່າງຈາກມືອງອິບາຣຄາອິ ໃນແຂວງອິບາຣາກິທາງພາກຕາເວັນອອກຂອງຂອງຢີ່ປຸ່ນພຽງ 4 ກມ

ຫຼັງກີດເຫດຍັງບໍ່ມີການລາຍງານຄວາມເສຍຫາຍ ແຕ່ແຮງສັ່ນສະເທືອນຮັບຮູ້ໄດ້ໄກດຖິງກຸງໂຕກຽວ ແລະແຂວງຟຸກຸຊິມະ ຂະນະທີ່ສໍານັກງານກົມອຸຕິຍົມຢີປຸ່ນວັດຄວາມແຮງຂອງແຜ່ນດິນໄຫວໄດ້4,6 ແມກນິຈູດແລະບໍ່ພົບແນວໂນ້ມການກໍ່ຕົວຂອງສຶນາມິ


ไม่มีความคิดเห็น