ໂຮງແຮມສຸດແປກ ຕົກແຕ່ງສະໄຕລ໌ ຄຸກ


ສໍານັກຂ່າວຕ່າງປະເທດລະດັບແຖວໜ້າຂອງໂລກ ເຊັ່ນ ຣອຍເຕີ ໄດ້ໂຄສະນາໂຮງແຮມສະໄຕລ໌ ຄຸກ ທີ່ສ້າງເປັນບ່ອນທໍາອິດໃນປະເທດໄທ ໂດຍໂຮງແຮມນີ້ມີຫ້ອງແຄບແລະຕິດລູກກົງ ລວມເຖິງມີຕຽງນອນສອງຊັ້ນ ແຕ່ໂຮງແຮມສະໄຕລ໌ຄຸກນີ້ໃຫ້ຄວາມຮູ້ສຶກຄືຕິດຄຸກແທ້ໆ










ໂດຍໂຮງແຮມນີ້ຊື່ວ່າ ສຸກ ສເຕຊັ່ນ ເຊິ່ງຜູ້ພັກຈະໄດ້ຮັບຊຸດນອນຄ້າຍຄືກັບນັກໂທດແລະບາງຫ້ອງມີກໍາແພງທີ່ມີວໍເປເປີຂາດໆ ໂຮງແຮມ ສຸກ ສເຕຊັ່ນ ມີຫ້ອງພັກ 9 ຫ້ອງຖືວ່າເປັນໂຮງແຮມທີ່ແປກໃໝ່ຂອງອຸດສະຫະກໍາທີ່ກ່ຽວຂອງກັບການບໍລິການ









ເຈົ້າຂອງໂຮງແຮມອາຍຸ 55 ປີ ກັບ ພັນລະຍາທັງສອງໄດ້ແຮງບັນດານໃຈຈາກການທີ່ເປັນນັກເດີນທາງ ແລະ ຮູບເງົາແນວແຫກຄຸກປີ 1994 ເລື່ອງ ເດີຊໍແຊງ ຣີເດມຊັ່ນ ໂຮງແຮມ ສຸກ ສເຕຊັ່ນ ຖືກອອກແບບມາໃກ້ຄືກັບຄຸກ ທັງປະຕູແລະປ່ອງຢ້ຽມຂອງຫ້ອງນອນ ເພື່ອສ້າງບັນຍາກາດໃຫ້ຄືກັບຖືກຂັງ ສ່ວນຫ້ອງນໍ້າກໍ່ມີພື້ນທີ່ຈໍາກັດ ສ່ວນລາຄາແມ່ນລະຫວ່າງ 200,000- 415,000 ກີບຕໍ່ຄືນ ມີທັງຄົນທີມັກແລະບໍ່ມັກ 

ไม่มีความคิดเห็น