ກໍາປູເຈຍປະຕິເສດຊ່ວຍ ນາງຍິ່ງລັກ ຊິນນະວັດ ໜີພ້ອມຈັບສົ່ງໄທ(ກົດຊົມຄລິບ)


ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນ ພະນົມເປນ ປະເທດກໍາປູເຈຍ ໃນວັນທີ່ 28 ສິງຫາ ວ່າ ລັດຖະມົນຕີກະຊວງຂ່າວສານຂອງກໍາປູເຈຍ ຖະແຫຼງໃນວັນອາທິດທີ່ຜ່ານມາວ່າ ລັດຖະບານໄດ້ກວດຊື່ຜູ້ໂດຍສານທຸກສາຍການບິນທີ່ເດີນທາງເຂົ້າ-ອອກກໍາປູເຈຍຊ່ວງນີ້ບໍ່ພົບຊື່ ນາງ ຍິ່ງລັກ ຊິນນະວັດ ຈຶ່ງສັນນິຖານວ່າ ນາງຍິ່ງລັກ ອາດໃຊ້ເສັ້ນທາງອື່ນເພື່ອຫຼົບຫຼີກອອກຈາກປະທດໄທ

ຂະນະດຽວກັນ ໂຄສົກກະຊວງພາຍໃນຂອງກໍາປູເຈຍຢືນຢັນ ນາງຍິ່ງລັກ ຊິນນະວັດ ບໍ່ໄດ້ເດີນທາງເຂົ້າມາໃນປະເທດ ແລະພ້ອມຊ່ວຍຈັບກຸມເພື່ອສົ່ງທາງການໄທຫາກພົບອະດີດນາຍົກລັດຖະມົນຕີຂອງໄທກົບດານໃນກໍາປູເຈຍ
ໜັງສືພິມ ຂະເໝນ ໄທມ໌ສ ລາຍງານວ່າ ເປັນທີ່ຮູ້ຈັກກັນດີທັງໃນກໍາປູເຈຍແລະໄທ ວ່າ ທັກສິນ ຊິນນະວັດ ອະດີນາຍົກລັດຖະມົນຕີຂອງໄທຜູ້ເປັນອ້າຍຂອງ ນາງຍິ່ງລັກປັດຈຸບັນລີ້ໄພຢູ່ຕ່າງປະເທດໂດຍມີເຄືອຂ່າຍໃນກໍາປູເຈຍ ມີ ນາງ ຊະຍາພາ ວົງສະວັດ ຫຼານສາວຂອງທັກສິນ ແຕ່ງງານກັບທ້າວ ນາຍນໍາ ລູກຊາຍຂອງນາຍທຶີນທາງການເມືອງ ເຊິ່ງເປັນໝູ່ສະນິດກັບ ສົມເດັດ ຮຸນ ໃນປີ 2013 ຜູ້ນໍກໍາປູເຈຍຍັງເຄີຍແຕ່ງຕັ້ງໃຫ້ ທັກສິນ ຊິນນະວັດເປັນທີ່ປຶກສາທາງເສດຖະກິດອີກດ້ວຍ


ນາງ ຍິ່ງລັກ ຊິນນະວັດຫຼົບໜີອອກຈາກປະເທດໄທ ກ່ອນສານຈະອ່ານຄໍາພິພາກສາໃນຄະດີຈໍານໍາເຂົ້າ ນາງ ຍິ່ງລກເລີຍຕົກເປັນຈໍາເລີຍຖານລະເລີຍຕໍ່ໜ້າທີ່ໃນວັນສຸກທີ່ຜ່ານມາ ໂດຍໃຫ້ເຫດຜົນວ່າເປັນໂລກນໍ້າໃນຫູໍບໍ່ເທົ່າກັນ ແຕ່ສານບໍເຊື່ອຂໍ້ອ້າງຈຶ່ງອອກໝາຍຈັບໃຫ້ ນາງຍິ່ງລັກມາຮັບຟັງຄໍາພິພາກສາໃນວັນທີ່ 27 ກັນຍາ ນີ້ ໂດຍເຊື່ອວ່າປັດຈຸບັນນາງຢູ່ປະເທດດູໄບ ໃນສະຫະລັດເອມິເຣຕສ໌ໂດຍເດີນທາງຜ່ານກໍາປູເຈຍແລະສິງກະໂປແລະກຽມຍື່ນລີ້ໄພທາງການເມືອງໃນສະຫະລາດຊະອານາຈັກ
ຄລິບປະກອບ: CGTN


ไม่มีความคิดเห็น