ເປແອສເຊ ບັນລຸຂໍ້ຕົກລົງຄວ້າເອັມບັບເປ






ສື່ນໍ້າຫອມ ເປແອສເຊ ບັນລຸຂໍ້ຕົກລົງໃນການຢືມຕົວ ຄີລິຍັນ ເອັມບັບເປ ກອງໜ້າດາວຮຸ່ງຂອງໂມນາໂກມາເສີມພ້ອມເງື່ອນໄຂຊື້ຂາດ
ປາຣິສ ແຊງ ແຊກແມງ ຍັງເສີມທັບບໍ່ຍຸດຫຼັງບັນລຸຂໍ້ຕົກລົງໃນການຍືມຕົວ ຄີລີລິຍັນ ເອັມບັບເປ ກອງໜ້າພອນສະຫວັນຂອງ ໂມນາໂກ ຄູ່ແຂ່ງຮ່ວມລີກ ເອິງ ມາເສີມພ້ອມເງື່ອນທີ່ເປີດທາງໃຫ້ຄ້ວາມາເປັນກໍາມະສິດຢ່າງຖາວອນຫຼັງໝົດສັນຍາຍືມຕົວ

ເລ ກິ໊ບ ສື່ດັງຂອງຝັ່ງເສດລາຍງານວ່າ ເອັອບັບເປ ຈະຍ້າຍໄປຫຼີ້ນໃຫ້ກັບ ແຊງ ແຊກແມງ ດ້ວຍສັນຍາຢືມຕົວ 1 ລະດູການ ພ້ອມເງື່ອນໄຂຊື້ຂາດດ້ວຍຄ່າຕົວ 180 ລ້ານຢູໂຣ ຫຼັງຈົບຊີຊັ່ນ 2017-2018

ເອັມບັບເປມີກໍານົດກວດຮ່າງກາຍທີ່ປາຣິສ ໃນຊ່ວງເຊົ້າວັນຈັນໂດຍສາເຫດທີ່ ເປແອສເຊ ເລືອກໃຊ້ວິທີການຢືມຕົວດາວຍິງໄວ 18 ປີ ມາຮ່ວມທັບກໍ່ເພື່ອການຫຼີກລ່ຽງບໍ່ໃຫ້ຜິດກົດ ໄຟແນນຊຽວ ແຟລ໌ ເພລ ຂອງສະຫະພັນບານເຕະຢູໂຣບ ທີ່ອາດກາຍເປັນອຸປະສັກສໍາຄັນໃນການຍ້າຍສັງກັດຄັ້ງນີ້ສາມາດເກີດຂື້ນໄດ້ນັ້ນເອງ

ไม่มีความคิดเห็น