ມາອີກແລ້ວກະເປົາແບຣນດັງໜ່ວຍລະ5ພັນບາດຄ້າຍຄືກະເປົາຈັກສານ






ຜູ້ສື່ຂ່າວຕ່າງປະເທດ Laurel Tuohy ລາຍງານຈາກກຸງເທບ ປະເທດໄທ ໃນວັນທີ່ 29 ສິງຫາ ວ່າພົບກະເປົາແບຣນຫຼູ “Marni” ຈາກອີຕາລີອອກແບບຄ້າຍຄືກະເປົາຈັກສານ ໂດຍກະເປົາຈັກສານດັ່ງກ່າວມີ່ຊື່ຄອລເລັກຊັ່ນວ່າ “Marni Charity Baskets” ເປັນລຸ່ນທີ່ຜະລິດອອກເພື່ອສ້າງໂຄງການການກຸສົນມອບໃຫ້ແກ່ອົງກອນ “Vimala”  ທີ່ຊ່ວຍເຫຼືອເດັກນ້ອຍທີ່ຖືກຖີ້ມແລະພິກນໃນປະເທດອິນເດຍ ບຣາຊິລ ກິນີ-ບິສເຊົາແລະປະເທດທຸກຍາກອື່ນໆ ໂດຍລາຍໄດ້ຈາກການຂາຍກະເປົາແລະກະຕ່າຄັ້ງນີ້ອົງກອນ “Vimala” ຈະນໍາໄປຟື້ນຟູໂຮງຮຽນຂອງເດັກນ້ອຍພິການໃນອິນເດຍ ກະຕ່າທັງໝົດມີ 2 ຂະໜາດເປັນຜົນງານງານຜະລິດຈາກຊາວໂຄລໍາເບຍໃບນ້ອຍສຸດລາຄາ 90 ຢູໂຣ(3,600 ບາດ) ໃບໃຫຍ່ 120 ຢູໂຣ(4,800 ບາດ) ໃນຄະນະດຽວກັນສາມາດຊອກຊື້ກະເປົາ ກະຕ່າຈັກສານລັກສະນະດຽວັນໃນລາຄາຮ້ອຍກວ່າບາດ


ไม่มีความคิดเห็น