ຜູ້ຊົມເສຍສະມາທິ ແກ້ເຄື່ອງລາຍງານສະພາບອາກາດ(ກົດຊົມຄລິບ)





ຜູ້ປະກາດຂ່າວສາວເຮັດໃຫ້ຜູ້ຊົມທາງບ້ານເສຍສະມາທິຫຼັງຈາກຈາກລາຍງານສະພາບອາກາດແລ້ວແກ້ເຄື່ອງອອກ ໂຊໃຫ້ເຫັນແຕ່ບິກິນີ່ຜືນນ້ອຍໆ
ເວັບໄຊຂ່າວອັງກິດ ເດີຊັນ ລາຍງານຈາກປະເທດຮອນດູຣັສ ໃນວັນທີ 24 ສິງຫາ ວ່າ ໂອນິຊ ຟໍລເຣຊ ຜູ້ປະກາດຂ່າວສາວງາມຂອງໂທລະພາບຊ່ອງ “HCH” ໃນປະເທດຮອນດູຣັສເຮັດໃຫ້ຜູ້ຊົມທາງບ້ານເສຍສະມາທິ ຫຼັງຈາກທີ່ນາງແກ້ເຄື່ອງປົດກະດູມເສື້ອຄຸມຕົວນອກອອກ ຈົນເຫັນແຕ່ບີກີນີ່ສີເນື້ອທີ່ນຸ່ງໃສ່ດ້ານໃນ ຂະນະທີ່ກໍາລາຍງານສະພາບອາກາດແບບອອກອາກາດສົດ ໂດຍນາງເວົ້າວ່າສະພາບອາກາດເປັນໄປຢ່າງສົດໄສ ນາງກໍຕັດສິນໃຈປົດກະດູມເສື້ອດ້ານໜ້າຂອງເສື້ອກັນຝົນອອກ  ໂອນິຊ ຜູ້ປະກາດຂ່າວອາຍຸພຽງ 18 ປີ ຮູ້ຈັກກັນໃນນາມ Campanita ຫຼືລະຄັງນ້ອຍ ຮັບຜິດຊອບໃນສ່ວນຂອງເນື້ຫາທີ່ເປັນຄວາມບັນເທິງຂອງຊ່ອງ HCH

ໂດຍເມືອນາງປົດກະດູມເສື້ອອກແລ້ວ ນາງກໍາກ່າວກັບກ້ອງວ່າ ມື້ນີ້ອາກາດຮ້ອນຫຼາຍອຸນຫະພູມຢູ່ທີ່ 30 ອົງສາເຊລເຊ ແລະອາກາດຍັງຂື້ນ ລົມແຮງຈົນສາມາດເປີດກະໂປງຂອງຜູ້ຍິງໄດ້ ນາງໄດ້ແນະນໍາອີກດ້ວຍວ່າ ດັ່ງນັ້ນບໍຕ້ອງໃສ່ເສື້ອຜ້າກະໂປງຈຶ່ງຈະບໍປິວ ໂອນິຊເປັນຜູ້ປະກາດຂ່າວທີ່ມີຊື່ສຽງໃນປະເທດຮອນດູັສແລະຍັງເຄີຍເຂົ້າປະກວດ Miss Teen World ທີ່ປະເທດຮອນດູຣັສອີກດ້ວຍ


 ຄລິບປະກອບ: elcatracho C.A

ไม่มีความคิดเห็น