ສະຫະລັດທົດສອບຍິງເອສເອັມ-6ສໍາເລັດ ຂູ່ເກົາຫຼີເໜືອ(ມີຄລິບ)
ກອງທັບສະຫະລັດປະສົບຜົນສໍາເລັດໃນການທົດສອບລະບົບປ້ອງກັນຂີປະນາວຸດພຽງ
1 ວັນຫຼັງຈາກເກົາຫຼີເໜືອຍິງຂີປະນາວຸດຊະນິດດຽວກັນນີ້ຜ່ານນ່ານຟ້າຂອງຢີ່ປຸ່ນ
ສໍານັກຂ່າວຕ່າງປະເທດລາຍງານຈາກກຸງວໍຊິງຕັນ
ປະເທດສະຫະລັດອາເມຣິກາ ໃນວັນທີ່ 30 ສິງຫາວ່າສໍານັກງານປ້ອງກັນຂີປະນາວຸດ(ເອັມດີເອ)ກະຊວງປ້ອງກັນປະເທດສະຫະລັດໄດ້ທົດສອບປະສິດທິພາບຂອງຂີປະນາວຸດ
ສແຕນດາຣ໌ດ ມິສໄຊລ໌-6 (ເອສເອັມ-6) ເຊິງເປັນຂີປະນາວຸດນໍວິຖີຂ້າມທະວີບຈາກພື້ນດິນສູ່ອາກາດ
ໃນຕອນເຊົ້າຂອງວັນພຸດຕາມເວລາທ້ອງຖິ່ນ ໂດຍທົດສອບການຍິງຂີປະນາວຸດຈາກເຮຶອ ຢູເອສເອສ
ຈອຫ໌ນ ພອລ ໂຈຫ໌ນສ ທີ່ລອຍລໍາຢູ່ນອກຝັ່ງເກາະຄາວາຍອິ ໃນລັດຮາວາຍ
ແລະໃຫ້ລູກເຮືອໃຊ້ລະບົບເຣດ່າ ສປາຍ-1 ເຮັດໜ້າທີ່ກວດຈັບແລະຄວບຄຸມການຍິງຂີປະນາວຸດສາມາດສະກັດເປົ້າໝາຍທີ່ເປັນຂີປະນາວຸດພິໄສຈໍາລອງໄດ້ຢ່າງແນ່ນອນ
ຄລິບປະກອບ: Missile Defense Advocacy Alliance

Post a Comment