ຄອມພິວເຕີເຄື່ອງທໍາອິດຂອງໂລກ

ປັດຈຸບັນຄອມພິວເຕີມີການໃຊ້ງານຢ່າງຫຼວງຫຼາຍແລະກໍ່ສາມາດໃຊ້ງານງ່າຍ ແຕ່ທ່ານຮູ້ແລ້ວບໍຄອມິວເຕີເຄື່ອງທໍາອິດຂອງໂລກເປັນແນວໃດແລະມີຊື່ວ່າແນວໃດ

ຄອມພິວເຕີເຄື່ອງທໍາອິດຂອງໂລກໄດ້ຮັບການພັດທະນາໃນປີ 1946 ໂດຍ ດຣ.ຈອຫ໌ນ ມໍຊລີຍ໌ ແລະ ເຈ ເພຣສເພີ ເອຄເກິຣຕ ຊາວອາເມຣິກາ ໂດຍໃຊ້ຊື່ເຄື່ອງວ່າ ENIAC ຫຍໍ້ມາຈາກຄໍາວ່າ Electronics Numerical Integrator and Computer ເຊິ່ງການພັດທະນາດັ່ງກ່າວໄດ້ຮັບການສະໜັບສະໜູນຈາກເງິນທຶນຈາກກອງທັບສະຫະລັດ ເນື່ອງຈາກຕ້ອງການເທັກໂນໂລຢີທີ່ສາມາດໃນການສ້າງລະບົບຄໍານວນວີຖີລູກປືນໃຫຍ່ສໍລັບໃຊ້ງານໃນສະຫະລັດ

ດຣ.ຈອຫ໌ນ ມໍຊລີຍ໌ ແລະ ເຈ ເພຣສເພີ ເອຄເກິຣຕ

ເຄື່ອງ ENIAC ໄດ້ຮັບການອອກແບບມາເພື່ອໃຫ້ມີຄວາມສາມາດໃນການຄໍານວນທາງອີເລັກໂທຣນິກສ໌ ເຊິ່ງການຄໍານວນໄດ້ຮັບການຍອມຮັບວ່າເປັນຄອມພິວເຕີເຄື່ອງທໍາອິດຂອງໂລກ ເຖິງວ່າຈະມີຂະໜາດໃຫຍ່ເທົ່າກັບຫ້ອງປະຊຸມຂະໜາດໃຫຍ່ເພາະວ່າຕ້ອງໃຊ້ພື້ນທີ່ວາງລະບົບ 4,572 ຕາແມັດ ມີນໍ້າໜັກທັງໝົດ 30 ໂຕ່ນ ແລະກິນໄຟ 140 ກິໂລວັດເຊິ່ງຖືວ່າເປັນຈໍານວນຫຼວງຫຼາຍເມື່ອທຽບກັບປັດຈຸບັນກິນໄຟພຽງ 500 ວັດ(ໂດຍປະມານ)




ນອກຈາກການອອກແບບມາເພື່ອໃຫ້ມີຄວາມສາມາດໃນການຄໍານວນທາງອີເລັກໂທຣນິກສ໌ແລ້ວ ເຄື່ອງ ENIAC ຍັງສ້າງຈາກພື້ນຖານຂອງເຄື່ອງ ABC- Atanasoff-Berry computer ອີກດ້ວຍ ຫຼັງຈາກເຄື່ອງ ENIAC ໄດ້ຮັບການຄົ້ນຄິດຂື້ນແລ້ວກໍ່ໄດ້ມີວິວັດທະນາການຂື້ນເລື້ອຍໆຈົນມາເຖິງປັດຈຸບັນເຮັດໃຫ້ມີຂະໜາດນ້ອຍແລະເບົາກິນໄຟໜ້ອຍແລະທີ່ສໍາຄັນຄວາມສາມາດເໜືອກວ່າເຄື່ອງ ENIAC ເປັນລ້ານເທົ່າ

ไม่มีความคิดเห็น