ເດັກນ້ອຍ11ປີຢາກຮູ້ຢາກເຫັນຍັດແມ່ເຫຼັກ26ເມັດໃສ່ອະໄວຍະວະເພດ


ເດັກນ້ອຍຊາຍຊາວຈີນອາຍຸ 11 ປີຢາກຮູ້ຢາກເຫັນຍັດແມ່ເຫຼັກ26ເມັດໃສ່ອະໄວຍະວະເພດ ຈົນຕ້ອງຜ່າຕັດອອກໃຊ້ເວລາ 2 ຊົ່ວໂມງ


ເວັບໄຊຂ່າວຈີນ ໂຊຫ໌ ລາຍງານຈາກເມືອງເວິນໂຈ ປະເທດຈີນ ໃນວັນທີ່ 31 ສິງຫາວ່າ ມີເດັກນ້ອຍເພດຊາຍອາຍຸ 11 ປີ ຕ້ອງໄດ້ຮັບການຜ່າຕັດເປັນເວລາ 2 ຊົ່ວໂມງເພື່ອເອົາລູກແມ່ເຫຼັກ 26 ລູກອອກ ຫຼັງຈາກເດັກນ້ອຍຢາກຮູ້ຢາກເຫັນແລ້ວຍັດລູກແມ່ເຫຼັກດັ່ງເຊິ່ງເອີ້ນວ່າ “Buckyballs” ເົ້າໄປໃນອະໄວຍະວະເພດເຮັດໃຫ້ແມ່ເຫຼັກເຂົ້າໄປອຸດຕັນໃນກະເພາະປັດສະວະເປັນເຫດໃຫ້ເດັກນ້ອຍຮູ້ສືກເຈັບປວດແລະມີອາການບວມ

ດຣ ຫວັງ ຫຍົ່ງປຽວ ແພດຜູ້ຮັກສາເດັກນ້ອຍຄົນນີ້ກ່າວວ່າ ລູກແມ່ເຫຼັກລຽນກັນເປັນສອງແຖວ ເຮັດໃຫ້ຕັນບໍລິເວນທໍ່ປັດສະວະ ເຮັດໃຫ້ແມ່ເຫຼັກເຫຼົ່ານັ້ນເຂົ້າໄປໃນຮ່າງກາຍໄດ້ງ່າຍເພາະວ່າມັນມີຂະໜາດນ້ອຍ ໃນຊີວິດການເປັນແພດຂອງລາວເຄີຍຮັກສາກໍລະນີຄ້າຍກັນມາແລ້ວສອງລາຍໃນຕອນທໍາອິດພະຍາຍາມໃຊ້ຄີມທາງການແພດຄີມອອກແຕ່ກໍ່ບໍ່ສໍາເລັດເຮັດໃຫ້ຕ້ອງໄດ້ຜ່າຕັດອອກເປັນເວລາສອງຊົ່ວໂມງ ແລະຍັງໄດ້ເຕືອນວ່າ ລູກແມ່ເຫຼັກມີຂະໜາດນ້ອຍແລະສາມາດເປັນອັນຕະລາຍຕໍ່ເດັກຫາກເຜີກືນລົງໄປ



ไม่มีความคิดเห็น