ລັດຖະບານສະຫະລັດສັ່ງຫ້າມຊາວອາເມຣິກາເດີນທາງເຂົ້າເກົາຫຼີເໜືອມີຜົນແລ້ວ(ກົດຊົມຄລິບ)


ສໍານັກຂ່າວຕ່າງປະເທດລາຍງານຈາກປັກກິ່ງ ປະເທດຈີນໃນວັນທີ່ 1 ກັນຍາ ວ່າຄໍາສັ່ງຂອງລັດຖະບານວໍຊີງຕັນໃນການຫ້າມຊາວອາເມຣິກາເດີນທາງເຂົ້າເກົາຫຼີເໜືອມີຜົນແລ້ວຕັ້ງແຕ່ວັນທີ່ 1 ກັນຍາໂດຍຄໍາສັ່ງດັ່ງກ່າວແມ່ນທ່ານ ເຣ໊ກຊ໌ ທິລເລີຣຼສັນ ລັດຖະມົນຕີວ່າການກະຊວງການຕ່າງປະເທດຕັ້ງແຕ່ 2 ສິງຫາທີ່ຜ່ານມາ ແນວໃດກໍ່ຕາມາມາດຕະການດັ່ງກ່າວຍັງມີຂໍ້ຍົກເວັ້ນສໍາຫຼັບນັກການທູດແລະເຈົ້າໜ້າທີ່ດ້ານມະນຸດສະທໍາ



ຖະແຫຼງການຂອງກະຊວງການຕ່າງປະເທດສະຫະລັດລະບຸດ້ວຍເຫດຜົນວ່າ ຕະຫຼອດໄລຍະ 1 ທົດສັດຕະວັດຄືນຫຼັງ ລັດຖະບານປຽງຍາງຄວບຄຸມຕົວພົນລະເມືອງສະຫະລັດ 15 ນເພື່ອເປັນ ເຄື່ອງມືຕໍ່ລອງທາງການເມືອງ ໃນການຕໍ່ລອງຕ່າງໆນາໆຈົນກະທັ່ເກີດກໍລະນີລ່າສຸດ ທ້າວ ອອດໂຕ ວອມເບຍ ເຊິ່ງເສຍຊີວິດໃນໄວ 22 ປີ ຫຼັງຈາກເດີນທາງກັບຮອດສະຫະລັດໃນສະພາບໂຄມ່າ ເພາະວ່າລັດຖະບານປຽງຢາງ ຄວບຄຸມຕົວ ວອມເບຍ ໄວ້ດົນກວ່າ 1 ປີ ຈາກຄວາມຜິດເຈດຕະນາລັກແຜ່ນປ້າຍໂຄສະນາຊວນເຊື່ອຈາກໂຮງແຮມແຫ່ງໜຶ່ງໃນກຸງປຽງຢາງ

ຂະນະທີກອງທັບສະຫະລັດເຮືອບິນຖິ້ມລະເບີດ ບີ-1ບີ 2 ລໍາແລະເອຟ-35 4 ລໍາ ຊ້ອມລົບກັບເຄື່ອງບິນຂັບໄລ່ຂອງກອງທັບເກົາຫຼີໃຕ້ແລະກອງກໍາລັງປ້ອງກັນຕົວເອງຂອງຢີ່ປຸ່ນ ຫຼັງຈາກລັດຖະບານປຽງຢາງຍິງຂີປະນາວຸດຜ່ານນ່ານຟ້າຂອງຢີ່ປຸ່ນ


ຄລີບປະກອບ: ARIRANG NEWS

ไม่มีความคิดเห็น