ສະຫະລັດຮຽກຮ້ອງມ້ຽນມ່າປົກປ້ອງພົນລະເມືອງໃນລັດຢະໄຂ່(ກົດຊົມຄລິບ)


ລັດຖະບານວໍຊີງຕັນຮຽກຮ້ອງທາງການມ້ຽນມ່າຄຸ້ມຄອງພົນລະເມືອງໃນລັດຢະໄຂ່ ຈາກການສູ້ຮົບຄັ້ງໃໝ່ໃນພື້ນທີ່ ສົ່ງຜົນກະທົບໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 110 ຄົນແລະເກີດຄື່ນຜູ້ລີ້ໄພຊາວໂຣຮີນຈາຫຼັ່ງໄຫຼເຂົ້າສູ່ພົມແດນບັງກາລາເທດ




ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນນິວຢອກປະເທດສະຫະລັດອາເມຣິກາໃນວັນທີ່ 31 ສິງຫາ ວ່ານາງ ນິກກີ່ ເຮລີຍ໌ ທູດສະຫະລັດປະຈໍາສະຫະປະຊາຊາດ ກ່າວໃນວັນພະຫັດຮຽກຮ້ອງໃຫ້ລັດຖະບານມ້ຽນມ່າພາຍໃຕ້ການນໍາຂອງນາງ ອອງ ຊານ ຊູຈີ ແລະກອງທັບມ້ຽນມ່່າໃຫ້ຄຸ້ມຄອງພົນລະເມືອງ ຫຼີກລ່ຽວໂຈມຕີ ພົນລະເມືອງຜູ້ບໍລິສຸດແລະປະຕິບັດຕາມກົດໝາຍລະຫວ່າງປະເທດຢ່າງເຄັ່ງຄັດແລະນາງ ນາງ ນິກກີ່ ເຮລີຍ໌ໄດ້ກ່າວປະນາມກອງທັບກອບກູ້ໂຣຮີນຈາແຫ່ງອາຣະກັນ(ອາຊາ)ວ່າເປັນຜູ້ກໍ່ເຫດຮຸນແຮງແລະນອງເລືອດຄັ້ງໃໝ່ໃນລັດຢະໄຂ່




ສ່ວນທາງດ້ານ ນາງ ຊີກ ຮາລີນາ ນາຍົກລັດຖະມົນຕີຂອງບັງກລາເທດ ຮຽກຮ້ອງໃຫ້ລັດຖະບານວໍຊີງຕັນເພີ່ມແຮງກົດດັນຕໍ່ມ້ຽນມ່າ ເພື່ອຍັບຢັ້ງການລັກລອບຜູ້ລີ້ໄພຊາວໂຣຮີນຈາຮອບໃໝ່ເກືອບ 50,000ຄົນ ເຊິ່ງພະຍາຍາມຍ່າງຂ້າມແມ່ນໍ້ານາຟ ທີ່ເປັນພົມແດນລະຫວ່າງບັງກາລາເທດແລະມ້ຽນມ່າ ເພື່ອຫຼົບຫຼີກເຫດການຄວາມຮຸນແຮງນອງເລືອດທີ່ແກ່ຍາວມາເປັນເວລາ 1 ອາທິດ ເປັນເຫດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 110 ຄົນ ສ່ວນໃຫຍ່ເປັນສະມາຊິກອາຊາ ແຕ່ເຈົ້າໜ້າທີ່ຊາຍແດນຍັງຄວບຄຸມຜູ້ລີ້ໄພບໍ່ໃຫ້ຂ້າມຊາຍແດນໄປໄດ້



ໃນຂະນະດຽວກັນມີລາຍງານວ່າມີກຸ່ມຕິດອາວຸດບໍທັງຮູ້ຝ່າຍພະຍາຍາມບຸກໂຈມຕີຜູ້ລີ້ໄພຂອງຊາວຮິນດູກວ່າ 400 ຄົນທີ່ກໍາລັງພະຍາມຂ້າມຊາຍແດນຈາກລັດຢະໄຂ່ໄປບັງກາລາເທດ. ລັດຖະບານບັງກາລາເທດຍັງຄົງປະຕິເສດການຮຽກຮ້ອງຂອງສະຫະປະຊາຊາດແລະອົງກອນລະຫວ່າງປະເທດເພື່ອຍ້າຍຖິ່ນຖານ ໃນການຮັບຜູ້ລີ້ໄພຊາວໂຣຮິນຈາກຸ່ມໃໝ່ໂດຍຍື່ນການວ່າ ຄົບໂຄຕ່າ 400,000 ຄົນທີ່ໃຫ້ການຊ່ວຍເຫຼືອຕະຫຼອດຫຼາຍປີທີ່ຜ່ານມາ

ຄລິບປະກອບຈາກ: Al Jazeera English


ไม่มีความคิดเห็น