ຊາຍຈີນຍິງປືນຖະຫຼົ່ມໃສ່ສະຖານກົງສູນຈີນ

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນ ລອສແອງເຈີລິສ ລັດຄາລິຟໍເນຍ ປະເທດສະຫະລັດອາເມຣິກາ ໃນວັນທີ່ 2 ສິງຫາວ່າ ສະຫາຍ ຣາມີເຣຊ ຕໍາຫຼວດ  ລອສແອງເຈີລິສ ຖະແຫຼງວ່າ ເກີດເຫດຄົນຮ້າຍເພດຊາຍເຊື້ອສາຍຊາວຈີນ ໃຊ້ອາວຸດປືນຍິງຖະລົ່ມເຂົາໄປໃນບໍລິເວນສະຖານກົງສູນຈີນ ທີ ນະຄອນ ລອສແອງເຈີລິສ ລັດຄາລິຟໍເນຍ ປະເທດສະຫະລັດອາເມຣິກາ ໃນວັນທີ່ອັງຄານທີ່ຜ່ານມາ ຈາກນັ້ນກໍ່ໃຊ້ປືນກະບອກດຽວກັນຍິງຕົວເອງຕາຍໜີຄວາມຜິດ

ເມືອເຈົ້າໜ້າທີ່ໄປຮອດບໍລິເວນດ້ານໜ້າສະຖານກົງສູນຈີນພົບຜູ້ຕ້ອງສົງໄສໃນສະພາບທີ່ເສຍຊີວິດແລ້ວ ເພາະບາດແພຈາກອາວຸດປືນ ຕໍຫຼວດບໍ່ພົບຜູ້ເສຍຊີວິດຫຼືບາດເຈັບຈາກການກະທໍາຂອງຊາຍເຊື້ອສາຍຈີນລາຍນີ້ເຊິ່ງມີອາຍຸ 60 ປີ ແລະຍັງບໍຮູ້ສາເຫດຈູງໃຈທາງການເມືອງທີເຮັດໃຫ້ລາວກໍ່ເຫດຮ້າຍນີ້ຂື້ນມາແລະຈົບຊີວິດຕົວເອງດ້ວຍລູກປືນ


ไม่มีความคิดเห็น