“ທິລເລີສັນ” ຢືນຢັນສະຫະລັດບໍແມ່ນ ສັດຕູ ຂອງເກົາຫຼີເໜືອ

ສໍານັກຂ່າວຕ່າງປະເທດລາຍງານຈາກກຸງວໍຊີງຕັນປະເທດສະຫະລັດອາເມຣິກາ ໃນວັນທີ່ 1 ສິງຫາ ວ່າ ສະຫາຍເຮັກ ທິລເລີສັນ ລັດຖະມົນຕີວ່າການກະຊວງການຕ່າງປະເທດກ່າວໃນວັນອັງຄານ ວ່າ ລັດຖະບານວໍຊີງຕີນໄດ້ພະຍາຍາມ ກົດດັນຢ່າງສັນຕິ ໃຫ້ລັດຖະບານປຽງຍາງຍຸດຕິໂຄງການນິວເຄຍແລະຂີປະນາວຸດ ໂດຍບໍ່ແມ່ນການປ່ຽນແປງລະບອບປົກຄອງການເຮັດໃຫ້ເກົາຫຼີເໜືອຕ້ອງລົ່ມລະລາຍຄວາມເປັນລັດ ແລະບໍແມ່ນການເລັ່ງເລົ້າໃຫ້ເກີດການລວມຊາດແລະສະຫະລັດບໍໄດ້ຕ້ອງການໃຫ້ເກົາຫຼີເໜືອຍົກໂທດໃຫ້ຕໍ່ການທີ່ເຄີຍສົ່ງທະຫານຂ້າມເສັ້ນຂະໜານທີ 38 ອົງສາ
ທິລເລີສັນ ລັດຖະມົນຕີວ່າການ ຕ່າງປະເທດສະຫະລັດຢືນຢັນວ່າອາເມຣິກາບໍ່ແມ່ນສັດຕູຂອງເກົາຫຼີເໜືອ ແລະການສະແດງທ່າທີຂົ່ມຂູ່ຄຸກຄາມຂອງອີກຝ່າຍຖືວ່າເປັນສິ່ງທີ່ສະຫະລັດຕ້ອງຕອບໂຕ້
ໃນມຸມມອງຂອງທິລເລີສັນ ຄິດວ່າ ເມື່ອຮອດຈຸດໜຶ່ງ ທັງສອງຝ່າຍຈະເຂົ້າໃຈກັນແລະກັນຈົນສາມາດເຈລະຈາກັນຢ່າງສັນຕິໄດ້ໃນທີ່ສຸດແຕ່ຕ້ອງຢູ່ໃນເງື່ອນໄຂທີວ່າ ເກົາຫຼີເໜືອ ຈະບໍ່ຢູ່ໃນລະດັບສາມາດພັດທະນາໂຄງການນິວເຄຍແລະຂີປະນາວຸດເພື່ອໂຈມຕີປະເທດອືນໄດ້ອີກ ພ້ອມທັງຮຽກຮ້ອງໃຫ້ຈີນ ເພິ່ມເງື່ອນໄຂ ກັບລັດຖະບານປຽງຢາງ ເພື່ອນໍາໄປສູ່ການເຈລະຈາ ຢ່າງສ້າງສັນ ເນື່ອງຈາກທາງເລືອກທີ່ຫຼື່ອຢູ່ແມ່ນບໍສວຍງາມ

ການແກ້ໄຂສະຖານະການຄວາມຕືງຄຽດໃນແຫຼມມະຫາສະມຸດເກົາຫຼີຕ້ອງໃຊ້ສັນຕິວິທີເທົ່ານັ້ນແຕ່ ຂັດແຍ້ງກັບຄວາມຕ້ອງການຂອງປະທານາທິບໍດີ ໂດນັລ ທຣໍາ

ไม่มีความคิดเห็น