ອີຫຼ່ານ ສ້າງໂຮງງານຜະລິດຂີປະນາວຸດໃນຊີເລຍ-ເລບານອນ(ກົດຊົມຄລິບ)




ສໍານັກຂ່າວຕ່າງປະເທດລາຍງານຈາກກຸງເຍຣູຊາເລມ ປະເທດອິສຣາເອລ ໃນວັນທີ່ 29 ສິງຫາ ວ່ານາຍົກລັດຖະມົນຕີ ເເບນຈາມິນ ເນທັນຍາຮູ ກ່າວໃນວັນຈັນ ລະຫວ່າງການຫາລືຮ່ວມກັບທ່ານ ອັນໂຕນິໂອ ເລຂາທິການສະຫະປະຊາຊາດ ເຊິ່ງເດີນທາງຢາມນະຄອນເຍຣູຊາເລມ ວ່າອີຫຼ່ານກໍາລັງສ້າງ ຖານທີ່ໝັ້ນທາງທະຫານ ເພື່ອກຽມຄວາມພ້ອມສໍາຫຼັບປະຕິບັດການກໍາຈັດ ອິສຣາເອລ ເຊຶ່ງລວມເຖິງການສ້າງໂຮງງານຜະລິດຂີປະນາວຸດໃນຊີເລຍ-ເລບານອນ



ອີຫຼ່ານເຊິ່ງເປັນປະເທດທີ່ຖືວ່າເປັນປໍລະປັກຕະຫຼອດການຂອງ ອີສຣາເອລ ໃຫ້ຄວາມມສະໜັບສະໜູນລັດຖະບານຊີເລຍຂອງນາຍົກລັດຖະມົນຕີ ບາຊາຣ໌ ອັລ-ອັສຊາດ ແລະກຸ່ມ ຮິຊ໌ບິລເລາະ ເຊິ່ງເປັນຖານປະຕິບັດການໃນເລບານອນ ດ້ານລັດຖະບານເຕຫະຣານຍັງບໍ່ສະແດງທ່າທີຕໍ່ຂໍ້ກ່າວຫາຄັ້ງລ່າສຸດຂອງເນທັນຍາຮູ ເຊິງເດີນທາງຢ້ຽມຢາມນະຄອນມົດສະກູໃນອາທິດທີ່ແລ້ວ ແລະກ່າວກັບປະທານາທິບໍດີ ດີວລາດີເມຍ ປູຕິນ ວ່າອິສຣາເອລພ້ອມໃຊ້ ມາດຕະການຂອງຕົນເອງ ໃນການປ້ອງກັນການຂະຫຍາຍອິທິພົນທາງການທະຫານຂອງອີ່ຫຼ່ານໃນຊີເລຍ ຄລິບປະກອບ: Al Jazeera English

ไม่มีความคิดเห็น