ເກົາຫຼີເໜືອຍິງຂີປະນາວຸດ ຜ່ານນ່ານຟ້າຢີປຸ່ນ(ກົດຊົມຄລິບ)
ສໍານັກຂ່າວຕ່າງປະເທດລາຍງານຈາກກຸງໂຊ
ປະເທດເກົາຫຼີໃຕ້ ໃນວັນທີ່ 29 ສິງຫາ ວ່າກະຊວງປ້ອງກັນປະເທດຂອງເກົາຫຼີໃຕ້ລາຍງານວ່າ ເກົາຫຼີເໜືອຍິງຂີປະນາວຸດຍັງບໍຮູ້ຊະນິດອອກຈາກ
ບໍລິເວນ ຊູນັນ ໃກ້ກັບກຸງປຽງຢາງ ໃນເວລາ 06:00 ນາທີຕາມເວລາທ້ອງຖິ່ນ(ປະມານ04:00
ນາທີຕາມເວລາໃນປະເທດລາວ)ໂດຍຂີປະນາວຸດທະຍານຂື້ນ 550 ກມ ແລະເດີນທາງໄປໄດ້ໄລຍະ 2,700 ກມ
ຜ່ານນ່ານຟ້າຂອງເກາະຮອກໄກໂດ ທີ່ຢູ່ທາງພາກເໜືອຂອງຢີ່ປຸ່ນ ກ່ອນແຕກອອກເປັນ 3
ຊິ້ນສ່ວນແລະຕົກລົງສູ່ທະເລຫ່າງຈາກເມືອງ ອິຣິໂມະ ຂອງເກາະຮອກໄກໂດ 1,180 ກມ
ນາຍົກລັດຖະມົນຕີທ່ານ
ຊິນໂຊ ອາເບະ
ຫຼັງເກີດເຫດລັດຖະບານຢີ່ປຸ່ນອອກມາເຕືອນໄພດ້ານຄວາມໝັ້ນຄົງ
ຂະນະທີ່ນາຍົກລັດຖະມົນຕີທ່ານ ຊິນໂຊ ອາເບະ ກ່າວປະນາມເຫດການທີ່ເກີດຂື້ນວ່າ
ເປັນໄພຄຸກຄາມຂັ້ນຮ້າຍແຮງ ຕໍ່ອະທິປະໄຕຂອງຢີ່ປຸ່ນຕະຫຼອດຈົນເສລີພາບແລະຄວາມໝັ້ນຄົງໃນລະດັບພູມິພາກ
ໂດຍມາດຕະການໃນເບື່ອງຕົ້ນຈາກນີ້ຈະເລີ່ມສະແດງອອກຕາມພິທີການທູດຜ່ານຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ
ຮ່ວມດ້ວຍການຮຽກຮອງໃຫ້ປະຊາຄົມໂລກຮ່ມກັນເພີ່ມແຮງກົດດັນຕໍ່ລັດຖະບານປຽງຢາງ
ຄລິບປະກອບ: ARIRANG NEWS


Post a Comment