ບຸລຸດພະຍາບານວາງຢາເກີນຂະໜາດຂ້າຄົນຊີວິດເຈັບກວ່າ 84 ສົບ (ກົດຊົມຄລິບ)




ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນເບີລິນປະເທດເຢຍລະມັນ  ໃນວັນທີ່ 28 ສິງຫາວ່າ ທ້າວ ນີລ ໂຮເກລອາດີດບຸລຸດພະຍາບານຊາວເຢຍລະມັນທີ່ຖືກສານຕັດສິນຈໍາຄຸກຕະຫຼອດຊີວິດ ຈາກຄວາມຜິດໂທດຖານຄາດຕະກໍາຄົນເຈັບຫຼາຍລາຍດ້ວຍການວາງຢາຮັກສາໂລກຫົວໃຈເກີນຂະໜາດທີ່ຄີລນິກແຫ່ງໜື່ອງໃນເມືອງ ໂອລເດນບວກ ທາງພາກຕາເວັນຕົກສ່ຽງເໜືອຂອງເຢຍລະມັນ ແຕ່ຄະນະໄອຍາການເຊື່ອວ່າ ໂຮເກລ ສັງຫານປະຊາຊົນຫຼາຍກວ່ານີ້ໃນປີທີ່ແລ້ວລະບຸຕົວເລກຢ່າງໜ້ອຍ 43 ລາຍ ແຕ່ຫຼັກຖານຄົ້ນພົບໃໝ່ເຮັດໃຫ້ເຈົ້າໜ້າທີ່ເຊື່ອວ່າເຫຍື່ອສັງຫານຂອງພະຍາບານອໍາມະຫິດລາຍນີ້ມີຢ່າງໜ້ອຍ 84 ລາຍໂດຍທີ່ເຈົ້າໜ້າທີ່ໜ່ວຍກວດສອບຫຼັກຖານໄດ້ສືບສວນການເສຍຊີວິດຂອງປະຊາຊົນຫຼາຍລາຍລວມເຖິງການຂຸດສົບຂອງອະດີຄົນໄຂ້ຫຼາຍລາຍໃນເມືອງເດລຮອດສ໌ ແລະເມືອງໂອລເດນບວກທີ່ຢູ່ໃກ້ກັນ
ຫົວໜ້າສໍານັກງານຕໍາຫຼວດໃນເມືອງໂອລເດນບວກເຜີຍວ່າພົບຫຼັກຖານການສັງຫານຄົນເຈັບ 84 ລາຍ ນອກຈາກນັ້ນຍັງມີຄວາມເປັນໄປໄດ້ວ່າຄົນເຈັບເສຍຊີວິດຈາກສີມືບຸລຸດພະຍາບານລາຍນີ້ສູງກວ່ານີ້ ເນື່ອງຈາກສົບຂອງເຫຍື່ອບາງລາຍຖືກເຜົາເຮັດໃຫ້ບໍສາມາດລວບລວມຫຼັກຖານໄດ້

ຄລິບປະກອບ:


ไม่มีความคิดเห็น