ເດມເບເລ່ ເປີດຕົວຢ່າງເປັນທາງການກັບບາຊ່າໃສ່ເສື້ອເບີ11
ບາເຊໂລນ່າ
ເປີດຕົວ ອຸສມານ ເດມເບເລ່ ນັກເຕະຈອມບຸກເປັນທາງການຕໍ່ໜ້າສາວົກ ເຈົ້າບຸນທຸ່ມ ເກືອຍ 2 ໝື່ນຄົນເຊັນຍາວ
5 ປີ ພ້ອມເງື່ອນໄຂຄ່າຊີກສັນຍາມະຫາສານ 369 ລ້ານປອນ
ອຸສມານ
ເດມເບເລ່ ປີກດາວຮຸ່ງຂອງທີມຊາດຝັຣງເສດເປີດຕົວຢ່າງເປັນທາງການຕໍ່ໜ້າແຟນບານເກືອບ
18,000 ຄົນໃນສະໜາມ ຄໍ້າ ນູ ຫຼັງຈາກຍ້າຍຈາກ ໂບຣຸສເຊຍ ດອຣ໌ທມູນ ມາຮ່ວມທັບບາເຊໂລນ່າ
ດ້ວຍຄ່າຕົວ 97 ລ້ານປອນ
ດາວເຕະໄວ 20
ປີເຊັນສັນຍາກັບເຈົ້າບຸນທຸ່ມເປັນເວລາ 5 ປີພ້ອມເງື່ອນໄຂຄ່າຊີກສັນຍາລະບຸໄວ້ສູງເຖິງ
369 ລ້ານປອນ ຄາດວ່າເດມເບເລ່ຈະລົງຫຼີ້ນນັດທໍາອິດໃຫ້ກັບຕົ້ນສັງກັດໃໝ່ໃນເກມລີກທີ່ຈະຮັບການມາຢາມຂອງ
ເອສປັນຢ່ອນ ວັນເສົາທີ່ 9 ກັນຍານີ້
ສໍາຫຼັບ
ເດມເບເລ່ ກາຍເປັນນັກເຕະຄ່າຕົວແພງສຸດອັນດັບທີ່ 2 ຂອງໂລກ ຖັດຈາກ ເນມ່າ
ສະຕາຣດັງທີມຊາດບຣາຊິວ ທີ່ຍ້າຍຈາກບາເຊໂລນ່າໄປຫຼີ້ນໃຫ້ກັບປາຣິສ ເຊງ-ແຊກແມງດ້ວຍຄ່າຕົວ
199 ລ້ານປອນໃນຊ່ວງຕົ້ນເດືອນທີ່ຜ່ານມາ

Post a Comment