ຊົກໜ້າ ນັກຂ່າວ ໂທລະພາບທີ່ກໍາລັງຖ່າຍທອດສົດ(ກົດເຂົ້າຊົມຄລິບ)
ນັກຂ່າວພາກສະໜາມຂອງສຖະນີໂທລພາບຣັດເຊຍ
ຖືກຊາຍຄນໜື່ງຊົກເຂ້າທີ່ໃບໜ້າເຕັມໆ ໃນຂະນະທີ່ກໍາຢືນລາຍງານຂ່າວເຜີຍແພ່ພາບອອກອາກາດ
ໃນງານສະເຫຼີມສະຫຼອງປະຈໍາປີຂອງທະຫານແລະຄອບຄົວ
ສໍານັກຂ່າເອເອຟພີລາຍງານຈາກກຸງມົດສະກູ່
ປະເທດຣັດເຊຍ ໃນວັນທີ່ 2 ສິງຫາ ວ່າ ນິກີຕາ ຣາຊວໍຊຊາເຍຟ
ຜູ້ສື່ຂ່າວຈາກສະຖານີໂທລະພາບເອັນທີວີ ທີສະໜັບສະໜູນລັດຖະບານຣັດເຊຍ
ກໍາລັງຢືນສັນລະເສີນວີລະກໍາຂອງທະຫານ ຢູ່ໜ້າກອງທີ່ກໍາລັງຖ່າຍທອດສົດ ແລະມີຊາຍໜ້າໜວດຄົນໜຶ່ງເຂົ້າມາໃກ້ແລະຮ້ອງດ່າຂື້ນດ້ວຍ້ອຍຄໍາທີ່ຍາບຄາຍກ່ຽວກັນການຮຸກຮານຢູເຄນແລະນັກຂ່າວສັ່ງໃຫ້ລາວຍຸດເວົ້າກໍ່ຖືກຊາຍຄົນນັ້ນຊົກເຂົ້າທີ່ໃບໜ້າເຕັມໆ
ເຮັດໃຫ້ຕ້ອງຍຸດອອກອາກາດກະທັນຫັນ ສ້າງຄວາມຕົກໃຈໃຫ້ກັບພິທີກອນຂ່າວສານທີ່ກໍາລັງນັ່ງລາຍງານຢູ່ທີ່ສະຖານີ
ເຫດການນີ້ເກີດຂື້ນທີ່
ສວນສາທາລະນະກໍກີ້ ປາກ ໃນກຸງມົດສະກູ່
ຄລິິບວີດີໂອເຫດການນີ້ໂພສລົງໃນເວັບໄຊຂອງເອັນທີວີ ມີຜູ້ເຂົ້າຊົມກວ່າ 400,000
ຄົນໃນເວລາບຶດດຽວ
ຫຼັງຈາກເກີດເຫດຕໍາຫຼວດໄດ້ຈັບກຸມຊາຍໜຸ່ມອາລົມຮ້ອນອາຍຸ
32 ປີ ຮູ້ຊື່ໃນເວລາຕໍ່ມາວ່າ ທ້າວ ມິຕຣີ່ ອໍລໍຟ ຊາວຣັດເຊຍ
ແລະບໍເຄີຍເຂົາຮັບລາດສະການທະຫານ ພ້ອມກຽມຕັ້ງຂໍ້ຫາທໍຮ້າຍຮ່າງກາຍ
ວີດີໂອຈາກ: NBC ZenTa Cha

Post a Comment