ສືບສວນຄູຝຶກ-ນັກບິນຝຶກຫັດຕໍາຄົນອາບແດດ

ຄູຝຶກການບິນແລະນັກບິນຝຶກຫັດເຮຶອບິນນ້ອຍລົງຈອດສຸກເສີນເທິງຊາຍຫາດປະເທດໂປຕຸເກດເຮັດໃຫ້ຕໍາຄົນອາບແດດເສຍຊີວິດ 2 ສົບ ຖືກເຈົ້າໜ້າທີ່ຝ່າຍຕຸລາການສອບສວນເພື່ອສົ່ງຟ້ອງ


ສໍານັກຂ່າວຕ່າງປະເທດລາຍງານຈາກກຸງ ລິສບອນ ປະເທດໂປຕຸເກດ ໃນວັນທີ່ 3 ສິງຫາ ວ່າເຈົ້າໜ້າທີ່ຝ່າຍຕຸລາການກໍາລັງພິຈາລະນາຫຼັງຈາກສອບປາກຄໍາຄູຝຶກການບິນ 1 ຄົນ ແລະນັກບິນຝຶກຫັດອີກ 1 ຄົນກໍລະນີເກີດອຸປະຕິເຫດເຄືອງບິນນ້ອຍລົງຈອດສຸກເສີນທີ່ຊາຍຫາດປະເທດໂປຕຸເກດ ແຕ່ເຮັດໃຫ້ນັກທ່ອງທ່ຽວທີ່ກໍາລັງນອນອາບແດດເສຍຊີວິດໄປ 2 ສົບໂດຍເຈົ້າໜ້າທີ່ກໍາລັງພິຈາລະນາວ່າສົມຄວນສົ່ງຟ້ອງຫຼືບໍ? ຂະນະທີ່ຄູຝຶກແລະນັກບິນຝຶກຫັດບໍຍອມໃຫ້ສໍາພາດໃດໆກັບນັກຂ່າວດ້ານນອກສານໃກ້ກັບກຸງ ລິສບອນ ເມື່ອວັນພະຫັດທີ່ຜ່ານມາ

ເຄື່ອງບິນນ້ອຍແບບ ເຊສນາ 152 ລົງຈອດລົງຈອດສຸກເສີນຄັ້ງນີ້ກັບບ່ອນທີມີຜູ້ຄົນຊຸມໜຸມເຮັດໃຫ້ນັກທ່ອງທ່ຽວເສີຍຊີວິດໄປ 2 ສົບຄືເພດຊາຍອາຍຸ 56 ປີ ກັບເດັກຍິງອາຍຸ 8 ປີ ທີ່ກໍາລັງອາບແດດເສຍຊີວິດທີ່ ຊາຍຫາດຄາປາຣິກາ ຫ່າງອອກໄປ 30 ກມ ທາງໃຕ້ຂອງກຸງລິສບອນ. ສ່ວນຜູ້ຢູ່ໃນເຫດການພາກັນສົງໄສວ່າເປັນຫຍັງຄູຝຶກແລະນັກບິນຝຶກຫັດຈື່ງນໍາເຮຶອບິນລົງທະເລເລີຍແລະນັກບິນກໍໄດ້ເເຈ້ງທາງຫໍບັງຄັບການບິນແລ້ວວ່າເຮຶ່ອບິນເກີດບັນຫາເຄື່ອງຈັກຄັດຂ້ອງ.ຫຼັງເກີດເຫດຄູຝຶກແລະນັກບິນໄດ້ຖືກຕໍາຫຼວດນໍາຕົວໄປ

ไม่มีความคิดเห็น