ມ້ຽນມ່າສົນໃຈຊື້ກະແສໄຟຟ້າຈາກຈີນ

ລັດຖະບານມ້ຽນມ່າເລີ່ມກັບລັດວິສາຫະກິດດ້ນພະລັງງານໄຟຟ້າ 3 ແຫ່ງຂອງຈີນກ່ຽວກັບການຊື້ກະແສໄຟໃນອານາຄົດເພື່ອບັນເທົາພາວະຂາດແຄນພະລັງງານໄຟຟ້າໃນປະເທດ
ສໍານັກຂ່າວຕ່າງປະເທດລາຍງານຈາກເມືອງຍ່າງກຸງ ປະເທດມ້ຽນມ່າ ວ່າໃນວັນທີ່ 4 ສິງຫາ ສະຫາຍ ເຖ່ງ ລວິນ ໂຄສົກກະຊວງໄຟຟ້າແລະພະລັງງານຂອງມ້ຽນມ່າ ກ່າວໃນວັນພະຫັດວ່າການເຈລະຈາລະຫວ່າງລັດຖະບານມ້ຽນມ່າແລະລັດວິສາຫະກິດດ້ານພະລັງງານ 3 ແຫ່ງຂອງລັດຖະບານປັກກິ່ງເລື່ອງການຂໍຊື້ກະແສໄຟຟ້າ ຍັງຢູ່ໃນຂັ້ນເລີ່ມຕົ້ນ ໂດຍປະຕິເສດໃຫ້ລາຍລະອຽດເພິ່ມເຕີມ ດ້ານແຫຼ່ງຂ່າວຜີຍວ່າ ບໍລິສັດທັງສາແຫ່ງສະເໜີແຜນການຂອງຕົວເອງໃນການເຊື່ອມໂຍງລະບົບໄຟຟ້າຂອງມ້ຽນມ່າກັບໂຮງງານໄຟຟ້າໃນມົນທົນຍູນນານທີ່ຢູ່ຕະເວັນອອກສຽງໃຕ້

ມົນທົນຍູນນານເປັນສະຖານທີ່ຕັ້ງຂອງໂຮງງານໄຟຟ້າພະລັງງານຂະໜາດໃຫຍ່ແລະຈີນຂາຍກະແສໄຟຟ້າສ່ວນເກີນໃຫ້ກັບຫວຽດນາມແລະລາວ ນອກເໜືອຈາກກະແສໄຟຟ້າສ່ວນນີ້ທາງຕາເວັນອອກຂອງປະເທດ ຂະນະທີ່ການເຈລະຈາລະຫວ່າງ 2 ປະເທດອາດຈະຕ້ອງໃຊ້ໄລຍະເວລາອີກນານ ແຕ່ຫຼາຍຝ່າຍເບິ່ງວ່້າເປັນສັນຍານທາງບວກຫຼາຍຂື້ນຂອງລັດຖະບານພົນລະເມືອງພາຍໃຕ້ການນໍາຂອງນາງ ອອງ ຊານ ຊູຈີໃນການຟື້ນຟູຄວາມສໍາພັນກັບລັດຖະບານຈີນ

ไม่มีความคิดเห็น