ຊາວບ້ານທົນບໍ່ໄຫວໂຮງແຮມໃສ່ແກ້ວໂປ່ງໃສ ເຫັນແຂກມີເຊັກກັນທຸກມື້
ຄົນທີ່ອາໄສຢູ່ໃກ້ໂຮງແຮມ ໂລເວີ ອີສໄຊ ໃນມະຫານະຄອນ
ນິວຢອກ ທົນບໍໄຫວກັບແກ້ວໂປ່ງໃສຮອບດ້ານ ຫຼຽວເຫັນແຂກມີເຊັກກັນທຸກມື້
ເຮັດໃຫ້ເສຍທັດສະນີຍະພາບ
ເວັບໄຊຂ່າວອັງກິດ
ລາຍງານຈາກນະຄອນນິວຢອກ ປະເທດສະຫະລັດ ໃນວັນທີ່ 2 ສິງຫາ ວ່າ
ຜູ້ຄົນອ້ອມຂ້າງທີ່ອາໄສຢູ່ໃກ້ກັບໂຮງແຮມ ພັບລິກ ໂຮເທລ
ຫຼັງຈາກທັດສະນີຍະພາບທີໄດ້ມາຈາກແກ້ວໂປ່ງໃສອ້ອມຮອບດ້ານຂອງຕຶກມັກເຮັດໃຫ້ເຫັນແຂກທີ່ເຂົ້າມາພັກມີເພດສໍາພັນກັນຕະຫຼອດ
ເຊິງຢູ່ເຂດຄືນໂດຍໂຮງແຮມດັ່ງກ່າວຕັ້ງເຂດແມນຮັດຕັນທີ່ຫາກໍ່ເປີດໃຫ້ບໍລິການແລະໄດ້ຮັບຄໍາຮຽກຮ້ອງຜ່ານສື່ຈາກຂ່າວຊາວບ້ານວ່າພວກແຂກທີ່ມາພັກມັກມີເພດສໍາພັນກັນບໍວ່າຈະເປັນແບບເພດ
ຊາຍ-ຍິງຫຼື ພວກຮັກຮ່ວມເພດ ແລະລະເລີຍທີ່ຈະປິດຜ້າກັ້ງແກ້ວໂປ່ງໃສລົງເສຍກ່ອນ
ນື່ງໃນປະຊາຊົນອອກມາເປີດເຜີຍຄວາມບໍ່ພໍໃຈຄືນາງ ລີໂອນໍ ເຟີນັນເດຊ ໄວ 68 ປີ ທີ່ກ່າວວ່າ
ຫຼານໆຂອງລາວມັກມາຢາມທີ່ອາພາດເມັ້ນເລື້ຍໆເຮັດໃຫ້ລາວຕ້ອງຄອຍລະວັງທັດສະຍານີພາບສ່ວນລູກສາວຂອງນາງ
ລີໂອນໍ ເຟີນັນເດຊ ກໍ່ເປັນຫ່ວງສຸຂະພາບຂອງແມ່ລາວເນື່ອງຈາກທັດສະນີຍະພາບບໍ່ດີແລ້ວ
ແລະຍັງມີສຽງດັງໂວຍວາຍຈາກຜູ້ຄົນທີ່ເຂົ້າມາລຽນແຖວຕໍ່ຄິວເພຶ່ອມາໃຊ້ບໍລິການບາຣຢູ່ດ້ານລຸ່ມຂອງໂຮງແຮມ
ລົບກວນການລົບນນອນ ແລະແມ່ຂອງລາວຍັງເປັນໂລກຫົວໃຈນໍາອີກ
ຊາວບ້ານຈໍານວນ 47 ຄົນຢືນຕໍານິເລື່ອງທັດສະນີຍະພາບແລະສຽງລົບກວນຈາກໂຮງແຮມ ຊາວບ້ານໄດ້ກ່າວວ່າ ບາງຄັ້ງໃນລະດູຮ້ອນຈະບໍ່ສາມາດປິດຜ້າກັ້ງໃນເຮືອນຂອງພວກເຂົາໄດ້ຈຶ່ງຕ້ອງທົນເຫັນພາບເຫົ່ານັ້ນແລະທາງເທດສະບານນິວຢອກບໍ່ສາມາດແກ້ໄຂຫຍັງໄດ້ຫຼາຍ ຊາວບ້ານຈື່ງແນະນໍາໃຫ້ທາງໂຮງແຮມປັບປຸງແກ້ວທີ່ໂປ່ງໃສເປັນແກ້ວມືດແທນ



Post a Comment