ສານຕັດສິນສາວຈໍາຄຸກ15ເດືອນຂໍ້ຫາ ສົ່ງຂໍ້ຄວາມຍຸກແຍ່ໃຫ້ແຟນຂ້າຕົວຕາຍ
ສານເຍົາວະຊົນໃນລັດແມສຊາຊູເຊສຂອງສະຫະລັດອາເມຣິກາຕັດສິນໃຫ້ເດັກສາວຄົນໜື່ງຮັບໂທດຈໍາຄຸກ
15 ເດືອນໃນຂໍ້ຫາ ສະໜັບສະໜູນ ໃຫ້ແຟນໜຸ່ມຂ້າຕົວຕາຍຜ່ານການສົ່ງຂໍ້ຄວາມຜ່ານໂທລະສັບ
ສໍານັກຂ່າວຕ່າງປະເທດລາຍງານຈາກເມືອງທອນຕັນ
ລັດແມສຊາຊູເຊສ ປະເທດສະຫະລັດອາເມຣິກາ ໃນວັນທີ່ 4 ສິງຫາວ່າ ຜູ້ພິພາກສາ ລໍເຣນຊ ໂມນິຊ
ແຫ່ງສານເຍົາວະຊົນແຫ່ງລັດ ແມສຊາຊູເຊສ ຂື້ນນັ່ງບັງລັງອ່ານຄໍາພິພາກສາເມື່ອວັນພະຫັດ
ໃຫ້ ນາງ ມິເຊລ ຄາເຕີ ອາຍຸ 20 ປີ ຮັບໂທດຈໍາຄຸກເປັນເວລາ 15 ເດືອນແລະຫຼັງຈາກໄດ້ຮັບອິດສະຫຼະພາບຕ້ອງຢູ່ພາຍໃຕ້ຕິດຕາມແລະຕ້ອງເຂົ້າລາຍງານຕົວກັບເຈົ້າໜ້າທີ່ອີກເປັນເວລາ
5 ປີ ໂທດຖານເປັນຕົ້ນເຫດການເສຍຊີວິດຂອງທ້າວ ຄອນຣາດ ຣອຍແຟນໜຸ່ມຂອງລາວເອງ
ດ້ວຍການສົ່ງຂໍ້ຄວາມທາງໂທລະສັບທີ່ມີເນື້ອຫາ ສົ່ງເສີມ ແລະ ຍຸຸແຍ່ປຸກປັ້ນ ໃຫ້ ຣອຍ
ຂ້າຕົວຕາຍດ້ວຍການເຂົ້າໄປນອນດົມກາສ ຄາບອນໄດອອກໄຊໃນລົດໃນປີ 2014
ຜູ້ພິພາກສາລໍເຣນຊ ໂມນິຊ
ກ່ອນໜ້ານີ້ໄອຍາການລົງໂທດຈໍາຄຸກລະຫວ່າງ
7-12 ປີ ຈາກບົດລົງໂທດຈໍາຄຸກສູງສຸດຂອງຄະດີນີ້ຢູ່ທີ່ 20 ປີ ໂດຍເຫດຜົນວ່າ ຄາເຕີ
ເຊິ່ງໃນເວລານັ້ນ 17 ປີ ພະຍາຍາມສົ່ງເສີມໃຫ້ຣອຍຂ້າຕົວຕາຍ ເພື່ອຮຽກຮ້ອງຄວາມສົງສານ
ຈາກສັງຄົມໃຫ້ແກ່ຕົວນາງເອງ ແລະ
ຈໍາເລີຍບໍເຄີຍສະແດງທ່າທີສໍານຶກຜິດແກ່ການກະທໍາຂອງຕົນເອງ
ແຕ່ຜູ້ພິພາກສາວ່າບົດລົງໂທດສໍາລັບຄາເຕີຕ້ອງມີຄວາມເໝາະສົມ
ຄອບຄົວນາງ ມິເຊລ ຄາເຕີ
ຄອບຄົວຂອງ ທ້າວ ຄອນຣາດ ຣອຍ
ທາງດ້ານຂອງຄາເຕີໂຕ້ແຍ້ງວ່າ
ຜູ້ເສຍຊີວິດມີອາການໂລກຊືມເສົ້າແລະສະແຫວງຫາວິທີການຂ້າຕົວຕາຍເປັນທຶນເດີມຢູແລ້ວແລະຢືນຢັນວ່າຈໍາເລີຍມີຄວາມເສຍໃຈຢ່າງຍິ່ງຕໍ່ເຫດການດັ່ງກ່າວ
ແລະກໍາລັງຮັກສາຕົວຈາກການອາການປ່ວຍດ້ວຍໂລກຊືມເສົ້າຢ່າງໜັກແລະພາວະຮັບປະທານອາຫານຜິດປົກກະຕິ
ແຕ່ແນວໃດກໍຕາມຄໍາພິພາກສາຖືວ່າສິ້ນສຸດລົງໝາຍຄວາມວ່າຄູ່ກໍລະນີສາມາດຍື່ນອຸທອນໄດ້ແລະຈໍາເລີຍຈະຍັງຄົງເປັນອິດສະຫຼະພາບໃນລະຫວ່າງຍື່ນອຸທອນ
ຄາເຕີແລະຣອຍພົບກັນເປັນຄັ້ງແລກທີ່ລັດຟໍຣິດ່າ
ໃນປີ 2012 ລະຫວ່າງທີທັງສອງຝ່າຍຕ່າງໄປທ່ຽວພັກຜ່ອນກັບຄອບຄົວຂອງຕົວເອງຫຼັງຈາກນັ້ນທັງສອງກໍ່ພັດທະນາຄວາມສໍາພັນເລື້ອຍມາ
ແຕ່ສ່ວນໃຫຍ່ແມ່ນການສົ່ງຂໍ້ຄວາມທາງໂທລະສັບຫາກັນ




Post a Comment