ເປແອສເຊ ເປີດຕົວເນມ່າຢ່າງເປັນທາງການ
ເປແອສເຊ
ເປີດຕົວເນມ່າຢ່າງເປັນທາງການ ແລະເຂົ້າເຊັນສັນຍາ 5 ປີ
ກ່ອນຊູເສື້ອເປີດຕົວຕໍ່ໜ້າສື່ແລ້ວ ຄາດໄດ້ຮັບຄ່າເມື່ອຍ 625,000 ຢູໂຣຕໍ່ອາທິດ
ເນມ່າ ກອງໜ້າທີມຊາດບຣາຊິວ
ເຊັນສັນຍາຢ່າງເປັນທາງການກັບ ປາຣິສ ແຊງ-ແຊກແມງ ທີມອະພິມະຫາເສດຖີແຫ່ງສຶກ ລີກເອີງ
ຝັ່ຣງເສດຮຽບຮ້ອຍແລ້ວໃນວັນສຸກທີ່ 4 ສິງຫາທີ່ຜ່ານມາ ຫຼັງຈາກຍ້າຍຈາກບາເຊໂລນ່າ ດ້ວຍຄ່າຕົວທີ່ເປັນສະຖິຕິໂລກ
198 ລ້ານປອນ ຫຼືປະມານ 222 ລ້ານຢູໂຣ
ເນມ່າເດີນທາງຮອດສະໜາມບິນເລັກເລີ
ບູກເຊ່ ປະເທດຝັ່ຣງເສດໃນຊ່ວງເຊົ້າຂອງວັນສຸກ ກ່ອນເຂົ້າໄປເຊັນສັນຍາ 5 ປີ ກັບເປແອສເຊ
ແລະຊູເສື້ອເປີດຕົວ ລວມທັງຖະແຫຼງຂ່າວຕໍ່ໜ້າມວນຊົນຄັ້ງທໍາອິດ ສ່ວນຄ່າເມື່ອຍແມ່ນ
625,000 ຢູໂຣຕໍ່ອາທິດ
ດ້ານແຟນບານຂອງ ເປແອສເຊ
ກໍດີໃຈກັບການຍ້າຍມາຂອງເນມ່າດາວຍິງໄວ 25 ປີ ຫຼັງພາກັນໄປຢືນແຖວຊື້ເສື້ອໝາຍເລກ 10
ປັກຊື່ເນມ່າຕັ້ງແຕ່ຕອນ 6 ໂມງເຊົ້າ




Post a Comment