ຈໍາຄຸກຕະຫຼອດຊີວິດອະດີດຜູ້ນໍາມົນທົນຫຼຽວໜິງ
ສະຫາຍ ຫວັງ ໝິນ
ອະດີດເລຂາພັກທິການພັກຄອມມິສນິສຈີນປະຈໍາມົນທົນຫຼຽວໜິງ
ທາງພາກຕາເວັນອອກສຽງເໜືອຖືກສານຕັດສິນໃຫ້ລົງໂທຈໍາຄຸກຕະຫຼອດຊີວິດແລະຍຶດຊັບສິນທັງໝົດໃຫ້ເປັນຂອງລັດ
ຈາກຄວາມຜິດທຸຈະລິດຄໍລັບຊັ່ນ
ສໍານັກຂ່າວຣອຍເຕີລາຍງານຈາກກຸງປັກກິ່ງ
ສາທາລະນະລັດປະຊາຊົນຈີນ ໃນວັນທີ່ 4 ສິງຫາສານໃນມົນທົນເຫີນານທາງພາກກາງ
ມີຄໍາພິພາກສາໃນວັນສຸກ ສະຫາຍ ຫວັງ ໝິນ ມີຄວາມຜິດຖານຮັບສິນບົນ ແລະລະເລີຍຕໍ່ໜ້າທີ່
ໂດຍຈາກການລາຍງານຂອງໜັງສືພິມພີເພີ ເດລີ່ ຂອງທາງການຈີນ ໂດຍອ້າງເຖິງການເປີດເຜີຍຂອງສານ
ລະບຸວ່າໃນລະຫວ່າງ 2004-2016 ຂະນະທີ່ສະຫາຍ ຫວັງ ດໍາລົງຕໍ່າແໜ່ງຫຼາຍແຫ່ງ
ລວມເຖິງເລຂາທິການພັກຄອມມິວນິສຈີນປະຈໍາມົນທົນຈີ້ຫຼິນ ຕິດກັບຫຼຽວໜິງ
ລາວໄດ້ໃຊ້ອໍານາດໜ້າທີ່ຕໍ່ແໜ່ງສະແຫວງຫາຜົນປະໂຫຍດສ່ວນຕົວ
ຈາກການແຕ່ງຕັ້ງແລະໂຍກຍ້າຍຕໍາແໜ່ງບຸກຄົນອື່ນ
ສະຫາຍ ຫວັງ ອາຍຸ 67 ປີ
ຮັບສິນບົນຫຼາຍກວ່າ 146 ລ້ານຍວນ
ແລະປະສົບຄວາມລົ້ມເຫຼວໃນການຊື້ສຽງ ໃນສະຖານນິຕິບັນຍັດມົນທົນຫຼຽວໜິງ
ເຊິ່ງເຫດການນີ້ເຮັດໃຫ້ສະມາຊິກພັກໃນມົນທົນເຄິ່ງໜື່ງຖືກປົດໃນປີທີ່ແລ້ວເນື່ອງຈາກທຸຈະລິດ
ລາຍງານລະບຸອີກວ່າໃນລະຫວ່າງການພິຈາລະນາຄະດີໃນສານ
ສະຫາຍ ຫວັງ ສໍານຶກຜິດແລະຍອມຮັບໃນສິ່ງກະທໍາ
ເຮັດໃຫ້ໄດ້ຮັບໂທດເບົາລົງເຊິ່ງໝາຍເຖິງການຫຼອດຈາກໂທດປະຫານຊີວິດເຫຼືອຈໍາຄຸກຕະຫຼອດຊີວິດ
ການກວດລ້າງການທຸຈະລິດຄໍລັບຊັ່ນ
ຕາມນະໂຍບາຍຂອງປະທານາທິບໍດີ ຈິ້ນຜິງ ມີເປົ້າໝາຍແມ່ນບັນດາເຈົ້າໜ້າທີ່ລະດັບສູງ
ທັງໃນອຸດສາຫະກໍາແລະລັດຖະບານ ສິດກ່າວວ່າ ບັນຫານການທຸຈະລິດໃນປະເທດຮ້າຍແຮງ
ຈົນເຖິງຂັ້ນສົ່ງຜົນກະທົບຕໍ່ການຄອງອໍານາດຂອງພັກຄອມມິວນິສຈີນ

Post a Comment