ກອງທັບສະຫະລັດຕິດຕັ້ງຖານ ເຣດ່າ ໃນປາເລົາ


ສໍານັກຂ່າວຕ່າງປະເທດລາຍງານຈາກລັດ ຄໍຣໍ ປະເທດປາເລົາ ໃນວັນທີ່ 24 ສິງຫາວ່າໃນຖະແຫຼງການຮ່ວມມື ກະຊວງປ້ອງກັນປະເທດສະຫະລັດ ແລະ ລັດຖະບານປາເລົາທັງສອງຝ່າຍກໍາລັງຫາລືກັນເພື່ອຫາທີ່ຕັ້ງຫໍເຣດ່າເທິງປະເທດໝູ່ເກາະປະຊາກອນ 22,000 ຄົນ

ກອງທັບສະຫະລັດປະກາດແຜນຕິດຕັ້ງລະບົບເຣດ່າໃນເປົາເລົາ ປະເທດໝູ່ເກາະຂະໜາດໜ້ອຍທາງຕະເວັນຕົກຂອງມະຫາສະໝຸດປາຊີຟິກ ເພື່ອເສີມຂີດຄວາມສາມາດເຝົ້າສັງເກດການໃນພູມິພາກແລະເຝົ້າລະວັງທາງອາກາດ ທີ່ກໍາລັງສັ່ນສະເທືອນຈາກໄພຄຸກຄາມຂອງເກົາຫຼີເໜືອ



ไม่มีความคิดเห็น