ໂຣນັລໂດ້ ຄວ້າລາງວັນດີເດັ່ນແຫ່ງປີຢູເອຟ່າ(ສະຫຼຸບລາງວັນຕ່າງໆ)


ຄິຣສເຕຍໂນ່ ໂຣນັລໂດ້ ຊູເປີສະຕາແຫ່ງເຣອັລ ມາດຣິດແລະທີມຊາດໂປຣຕຸເກສ ໄດ້ຮັບລາງວັນເລືອກໃຫ້ເປັນນັກເຕະດີເດັ່ນຢູໂຣບຂອງສະຫະພັນບານເຕະຢູໂຣບ ຫຼືຢູເອຟ່າປະຈໍາລະດການທີ່ຜ່ານມາຕາມຄາດໝາຍຫຼັງຈາກທີ່ຊ່ວຍທີມຣາຊັນຊຸດຂາວຄວ້າແຊັມຢູໂຣບ 12 ສະໄໝ ເປັນຄັ້ງທີ 3 ທີ່ໂຣນັລໂດ້ໄດ້ຮັບລາງວັນນີ້ຈາກທີ່ເຄີຍຮັບໃນປີ 2014 ກັບ 2016 ໂດຍຊະນະໃຈກໍາມະການເໜືອ ລີໂອເນລ ເມສຊີ່ ແຫ່ງບາເຊໂລນ່າ ກັບ ຈານລຸຍຈິ ບຸຟຟ່ອນຂອງ ຢູເວນຕຸສ
ສ່ວນ ຟຣານເຊສໂກ້ ຕ໊ອດຕິ ລາຊາໝາປ່າໄດ້ຮັບລາງວັນປະທານຢູເອຟ່າ


ສະຫຼຸບລາງວັນຕ່າງ
ຜູ້ຮັກສາປະຕູດີເດັ່ນ: ຈານລຸຍຈິ ບຸຟຟ່ອນ

ກອງຫຼັງດີເດັ່ນ: ເຊຣຄິໂອ ຣາມອສ

ກອງກາງດີເດັ່ນ: ລູກ້າ ໂມດິຣຊ

ກອງໜ້າດີເດັ່ນ: ຄິຣສເຕຍໂນ່ ໂຣນັລໂດ້

ນັກເຕະດີເດັ່ນແຫ່ງປີ: ຄິຣສເຕຍໂນ່ ໂຣນັລໂດ້



ນັກເຕະຍິງດີເດັ່ນ: ລີເກ້ ມາຣເທ່ນສ

ไม่มีความคิดเห็น