ຊາຍໜຸ່ມຊາວດັຊ໌ ເລາະບໍລິຈາກອາສຸຈິ11ຄີລນິກ ຈົນມີລູກ102ຄົນ


ເວັບໄຊຂ່າວອັງກິດ ເດີ ເທເລກຣາຟ ລາຍງານຈາກປະເທດເນເທີແລນໃນວັນທີ່ 31 ສິງຫາວ່າ ຊາຍໜຸ່ມເນເທີແລນທີ່ໄມ່ໄດ້ຮັບການລະບຸຊື່ເລາະໄປບໍລິຈາກອາສຸຈິໃຫ້ກັບຄີລນິກພາຍໃນປະເທດ ຈົນໃຫ້ກໍາເນີດເດັກນ້ອຍແລ້ວ 102 ຄົນຜິດກົດໝາຍເນເທີແລນທີ່ລະບຸໄວ້ໃຫ້ຜູ້ບໍລິຈາກສະເປີມຂອງຕົນໃຫ້ກັບຄີລນິກໄດ້ພຽງແຫ່ງດຽວແລະໃຫ້ກໍາເນີດເດັກໄດ້ບໍ່ເກີນ 25 ຄົນເພື່ອປ້ອງກັນບໍໃຫ້ເກີດບັນກາຂື້ນກັບຄວາມສໍາພັນຂອງເດັກນ້ອຍທີ່ຈະເກີດໃນອານາຄົດສະມາຄົມສູຕິນຣີ່ແພດແຫ່ງເນເທີແລນ ໄດ້ຮັບການແຈ້ງເບາະແສການກະທໍາຂອງລາວຈາກຜູ້ເປັນແມ່ທີ່ໄດ້ຮັບບໍລິຈາກຈື່ງສັ່ງສວບສວນແລະສັ່ງໃຫ້ຄີລນິກທີໄດ້ຮັບການບໍລິຈາກອາສຸຈິຈາກຊາຍຄົນນີ້ໃຫ້ຍຸດໃຊ້ທັນທີ ກ່ອນທີ່ຈະບໍລິຈາກສະເປີມໃຫ້ກັບຄີລນິກ ຜູ້ບໍລິຈາກຕ້ອງລົງນາມໃນສັນຍາວ່າຈະບໍ່ບໍລິຈາກໃຫ້ຄີລນິກອື່ນ ແຕ່ກົດໝາຍນີ້ກໍ່ບໍ່ມີຜົນລົງໂທດຫາກມີຜູ້ຟ່າຟືນ.
ທີ່ຜ່ານມາ ທ້າວ ແຈນ ຄາຣ໌ບາຕ ຜູ້ອໍານວຍການຄີລນິກຮັກສາຜູ້ມີລູກຍາກ ເຊິ່ງເສຍຊີວິດໃນໄວ 89 ປີ ໄດ້ໃຊ້ອາສຸຈິຕົນເອງບໍລິຈາກໃຫ້ກັບຜູ້ທີ່ຕ້ອງການຈົນເຮັດໃຫ້ຜູ້ຍິງຕັ້ງຄັນຫຼາຍເຖິງ60 ຄົນ ຈົນສານຕ້ອງສັ່ງພໍ່ແມ່ 23 ຄູ່ນໍາລູກມາກວດດີເອັນເອ ເພື່ອກວດສວບວ່າເປັນລູກຂອງ ທ້າວ ຄາຣ໌ບາຕຫຼືບໍ


ไม่มีความคิดเห็น