ກອງທັບສະຫະລັດເຊື່ອວ່າຫົວໜ້າໃຫຍ່ໄອເອສຍັງບໍ່ຕາຍປ(ກົດຊົມຄລິບ)
ສໍານັກຂ່າວຕ່າງປະເທດລາຍງານຈາກກຸງວໍຊີງຕັນປະເທດສະຫະລັດອາເມຣິກາ
ໃນວັນທີ່ 1 ກັນຍາວ່າ ພົນທ ສຕີເຟນ ທາວນ໌ເຊນດ໌ ນາຍທະຫານກອງທັບສະຫະລັດ
ໃນຖານະຜູ້ບັນຊາການກອງກໍາລັງຕໍຕ້ານໄອເອສໃນອີຣັກແລະຊີເຣຍ ຖະແຫຼງຂ່າວທາງໄກຜ່ານວີດີໂອ ຄອນເຟີເຣນຊ໌
ໄປຫາກຸ່ມຜູ້ສື່ຂ່າວໃນກຸງວໍຊີງຕັນວ່າ ກອງກໍາລັງໃນສັງກັດຂອງລາວອອກໄລ່ລ່າຊອກຫາ
ອັລ-ບັກຫ໌ດາດີ ທຸກມື້ແລະເຊື່ອວ່າຫົວໜ້າໃຫຍ່ຂອງກຸ່ມໄອເອສຍັງບໍ່ຕາຍ
ພົນໂທ
ທາວເນ໌ເຊັນຍອມຮັບວ່າ ລາວບໍ່ຮູ້ເລີຍວ່າ ຕອນນີ້ອັລ-ບັກຫ໌ດາດີ ຢູ່ໃສ
ແຕ່ເຊື່ອວ່າອາດຈະຫຼົບໜີພ້ອມກັບກຸ່ມໄອເອຈໍານວນຫຼາຍ
ເຂົ້າສູ່ເຂດຕອນກາງຂອງແມ່ນໍ້າຢູເຟຣຕິສ ຮອຍຕໍ່ລະຫວ່າງຊີເຣຍກັບອີຣັກ
ຫຼັງຈາກກອງກໍາລັງພັນທະມິດແລະນັກຮົບທ້ອງຖິ່ນບຸກໂມຕີຖານທີ່ໝັ້ນຫຼາຍແຫ່ງຂອງກຸ່ມໄອເອສໃນເມືອງໂມຊູລ
ຮັກກາແລະຕໍລອະຟາຣ໌ “ພູເຂົາຕອນກາງຂອງແມ່ນໍ້າຢເຟຣຕິສຈະເປັນບ່ອນສັ່ງການສຸດທ້າຍຂອງກຸ່ມໄອເອສ”
ພົນໂທ ທາວນ໌ເຊນດ໌ ກ່າວ ເມື່ອພວກເຮົາພົບຕົວລາວ ຂ້ອຍຄິດວ່າພວກເຮົາຈະພະຍາຍາມຂ້າລາວເປັນອັນດັບທໍາອິດເລີຍ
ເພື່ອຕັດບັນຫາຫຍຸ້ງຍາກຫາກຈັບເປັນ
ດ້ວຍຄ່າລ່າກົວ
25 ລ້ານໂດລ່າ ຈາກສະຫະລັດ ອັລ-ບັກຫ໌ດາດີຊາວອີອີລັກປະສົບຄວາມສໍາເລັດໃນການຫຼົບໜີຈາກການໄລ່ລ່າຢ່າງໜັກດົນກວ່າ
6 ປີ ແຕ່ສູນສັງເກດການຊີເຣຍ(ເອສໂອເອອາຣ໌)ແຫ່ງອັງກິດເຊິ່ງມີຖານປະຕິບັດການພາກສະໜາມຢູ່ກຸງເບຣ
ເລບານອນ ເຜີຍໃນກາງເດືອນ ມີຖຸນາ ທີ່ຜ່ານມາວ່າ ບໍໄດ້ຂ່າວຈາກກຸ່ມຜູ້ນໍາລະດັບຂອງໄອເອສໃນແຂວງເດອີເອຊຊໍຂອງຊີເຣຍວ່າ
ອັລ-ບັກຫ໌ດາດີ ເສຍຊີວິດແລ້ວ
ກອງທັບຣັດເຊຍເຜີຍໃນກາງເດືອນ
ມິຖຸນາ ເຊັ່ນດຽວກັນວ່າ ກໍາລັງພິສູດໃຫ້ເຫັນວ່າ ອັລ-ບັກດາດີເສຍຊີວິດແລ້ວ ຈາກການໂຈມຕີທາອາກາດຂອງເຄື່ອງບິນຣັດເຊຍໃນເດືອນ
ພະຈິກ
ພນໂທ ທາວເນ໌ເຊັນ
ກ່າວອີກວ່າ ລາວຍັງບໍ່ເຫັນພະຍານຫຼັກຖານຫຼືຂໍມູນຂ່າວທີ່ຊັດເຈນວ່າ ອັລ-ບັກຫ໌ດາດິ
ເສຍຊີວິດແລ້ວ ແຕ່ມີເບາະແສຂ່າວຫຼາຍຊ່ອງທາງບົ່ງບອກວ່າ ລາວຍັງມີຊີວິດຢູ່
ຮູບພາບຈາກ: AFP,
Youtube
ຄລິບປະກອບຈາກ: Alex Tirado


Post a Comment