ຣັດເຊຍເຜົາເອກະສານສໍາຄັນໃນສະຖານກົງສຸນສະຫະລັດ(ກົດຊົມຄລິບ)


ມີການສັນນິຖານວ່າເຈົ້າໜ້າທີ່ການທູດຂອງຣັດເຊຍປະຈໍາສະຖານກົງສຸນໃນເມືອງຊານຟຣານຊິສໂກ ເຜົາທໍາລາຍ ສິ່ງສໍາຄັນບາງຢ່າງ ກ່ອນປິດການເຮັດວຽກໃນວັນເສົາ 2 ກັນຍານີ້ຕາມຄໍາສັ່ງຂອງລັດຖະບານສະຫະລັດ

ສໍານັກກຂ່າວຕ່າງປະເທດລາຍງານຈາກເມືອງຊານຟຣານຊິສໂກ ປະເທດສະຫະລັດອາເມຣິກາໃນວັນທີ່ 1 ກັນຍາວ່າກຸ່ມຄວັນສີດໍາລອຍຂື້ນຈາກປ່ອງໄຟເທິງຫຼັງຄາຂອງເທິງຫຼັງຄາອາຄານກົງສຸນລັດເຊຍປະຈໍາເມືອງຊານຟຣານຊິສໂກ ໝົດມື້ຂອງວັນສຸກ ຂະນະດຍວກັນເຈົ້າໜ້າທີ່ດັບເພີງເມືອງຊານຟຣານຊິສໂກລາຍງານວ່າເປັນຄວັນຈາກການເຜົາບາງຢ່າງ ແລະເຈົ້າໜ້າທີ່ດັບເພີງເມືອງຊານຟຣານຊິສໂກບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າໄປກວດສວບພາຍໃນອາຄານຫຼືບໍ ຈື່ງສັນນິຖານວ່າເຈົ້າໜ້າທີ່ສະຖານກຸງສົນກໍາລັງທໍາລາຍເອກະສານແລະວັດຖຸບາງຢ່າງ ທີ່ໜ້າຈະມີຄວາມສໍາຄັນ





ຄວາມເຄື່ອນໄຫວດັ່ງກ່າວເກີດຂື້ນຫຼັງຈາກກະຊວງຕ່າງປະເທດສະຫະລັດມີຄໍາສັ່ງໃນວັນພະຫັດ ໃຫ້ສະຖານກົງສຸນຣັດເຊຍປະຈໍາເມືອງຊານຟຣານຊິສໂກ ຢຸດການປະຕິບັດພາລະກິດການທູດພາຍໃນວັນທີ 2 ກັນຍານີ້ຕາມເວລາທ້ອງຖິ່ນ ເຊັ່ນດຽວກັບສໍານັກງານການຄ້າໃນນະຄອນນິວຢອກແລະກຸງວໍຊີງຕັນເພື່ອຕອບໂຕ້ລັດຖະບານມົດສະກູສັ່ງຫຼຸດເຈົ້າໜ້າທີ່ການທູດຂອງສະຫະລັດໃນຣັັດເຊຍເຖິງ 2 ໃນ 3 ໂດຍໃຫ້ເຫຼືອພຽງ 455 ຄົນເທົ່າກັບຈໍານວນເຈົ້າໜ້າທີ່ຂອງຣັດເຊຍໃນສະຫະລັດພາຍໃນ 1 ກັນຍາທີ່ຜ່ານມາ
ຄລິບປະກອບ: : CBS SF Bay Area




ไม่มีความคิดเห็น