ຢູຟ່າສັ່ງກວດສອບເປແອສເຊລະເມີດກົດການເງິນ
ຢູ່ຟ່າ
ເລີ່ມສືບສວນ ເປແອສເຊ ກໍລະນີຕ້ອງສົງໄສລະເມີດກົດໄຟແນນຊຽລແຟຣ໌ເພລຍ໌ແລ້ວ
ຫຼັງຈາກທີ່ທຸ່ມເງິນຊື້ນັກເຕະຢ່າງມະຫາສານໃນຊໍເມີນີ້
ສະຫະພັນບານເຕະຢູໂຣບເປີດເຜີຍວ່າ
ພວກເຂົາໄດ້ເລີ່ມກວດສອບ ປາຣິສ ແຊງແຊກແມງ
ເຈົ້າພໍ່ບຸນທຸ່ມຂອງຝັ່ຣງເສດຢ່າງເປັນທາງການແລ້ວໂດຍຊີ້ວ່າການກວດສວບຄັ້ງນີ້ເປັນສ່ວນໜື່ງຂອງການກວດສວບສະໂມສອນຕ່າງໆໃຫ້ປະຕິບັດຕາມກົດໄຟແນນຊຽລແຟຣເພລຍ໌(ເອຟເອຟພີ)
ເປແອສເຊ
ທຸ່ມເງິນຊື້ນັກເຕະໃນຊ່ວງຊໍາເມີນີ້ຫຼັງຄວ້າຕົວເນມ່າກອງໜ້າທີມຊາດບຣາຊິລມາຈາກບາເຊໂລ່ນ່າດ້ວຍຄ່າຕົວສູງເປັນສະຖິຕິໂລກ
189 ລ້ານປອນພ້ອມຄ່າເມືອຍໃຫ້ເຖິງ 515,000 ປອນຕໍ່ອາທິດ
ນອກຈາກນີ້ຍັງຄວ້າຕົວເອັມບັບເປ່
ກອງໜ້າດາວຮຸ່ງຂອງໂມນາໂຄຮ່ວມທັບດ້ວຍສັນຍາຢືມຕົວພ້ອມເງື່ອນໄຂຊື້ຂາດດ້ວຍຄ່າຕົວ 166
ລ້ານປອນໃນຊ່ວງຊໍາເມີໜ້າອີກດ້ວຍຈື່ງເກີດຂໍ້ສົງໄສວ່າອາດລະເມີດກົດ ເອຟເອຟພີ
ແລະມີການດໍາເນີນການກວດສວບເລື່ອງດັ່ງກ່າວ


Post a Comment