ທະຫານຊີເຣຍປະທະໄອເອສເສຍຊີວິດກວ່າ 118 ສົບ


ສໍານັກຂ່າວຕ່າງປະເທດລາຍງານຈກກຸງເບຣຸຕ ປະເທດເລບານອນ ໃນວັນທີ່ 29 ກັນຍາວ່າ ການປປະທະເດືອດເກີດຂື້ນໃນເມືອງທະເລຊາຍຊຸຄນາ ໃກ້ເມືອງໂບຣານພັລໄມຣາ ແຂວງຮອມສ໌ ພາກກາງຂອງຊີເຣຍຂະນະທີ່ກອງທັບລັດຖະບານຊີເຣຍກໍາລັງບຸກເພື່ອຍຶດເມືອງຣັກກາ ຖານໝັ້ນສຸດທ້າຍຂອງໄອເອສ ໂດຍມີເຮືອບິນກອງທັບຊີເຣຍໂຈມຕີທາງອາກາດສະໜັບສະໜູນເອສໂອເອຊອາຣ໌ກ່າວວ່າ ທະຫານຊີເຣຍແລະນັກຮົບອາສາສະໝັກເສຍຊີວິດຢ່າງໜ້ອຍ 73 ສົບບາດເຈັບຫຼາຍສິບຄົນ ສ່ວນນັກຮົບໄອເອສເສຍຊີວິດຢ່າງໜ້ອຍ 45 ສົບ

ການໂຈມຕີຄັ້ງນີ້ມີຂື້ນ 1 ວັນຫຼັງຈາກກຸ່ມໄອເອສເຜີຍແຜ່ເທບບັນທຶກສຽງຂອງ ອາບູ ບັກຣ໌ ອັລ-ບັກຫ໌ດາດີ ຫົວໜ້າໃຫຍ່ໄອເອສ ເປັນຄັ້ງທໍາອິດໃນຮອບປີ ເຊິ່ງບັກຫ໌ດາດີ ໄດ້ຮຽກຮ້ອງໃຫ້ກອງກໍາລັງໄອເອສທີ່ຖືກປາບປາມຢ່າງໜັກໃນຊິເຣຍແລະອີຣັກ ໃຫ້ຮ່ວມກັນຕໍ່ສູ້ສັດຕູ ເຮັດໃຫ້ກອງທັບຊີເຣຍເສຍຫາຍຢ່າງໜັກ

ຊົມວີດີໂອ:

ไม่มีความคิดเห็น