ພະຍາກອນອາກາດ ປະຈຳວັນທີ 15 ກັນຍາ 2017
ພະຍາກອນອາກາດ ປະຈຳວັນທີ 15 ກັນຍາ 2017
ລົມພາຍຸ ດອກສຸຣິ (DOKSURI) ຫົວທີ່ 19 ໃນເວລາ 08 ໂມງເຊົ້າ ຂອງວັນທີ 15 ກັນຍາ ປີ 2017, ໄດ້ເຄື່ອນທີ່ເຂົ້າຝັ່ງປະເທດຫວຽດນາມແລ້ວ, ເຊີ່ງມີຈຸດທີ່ຕັ້ງ ຢູ່ເສັ້ນ ຂະໜານທີ 17.8 ອົງສາເໜືອ ແລະ ເສັ້ນແວງທີ 107.3 ອົງສາຕາເວັນອອກ ແລະ ພວມເຄື່ອນທີ່ມາທາງທິດຕາເວັນຕົກ- ຕາເວັນຕົກສ່ຽງເໜືອດ້ວຍຄວາມໄວ 30 ກິໂລ ແມັດ ຕໍ່ຊົ່ວໂມງ ຄາດວ່າພາຍຸຫົວນີ້ ຈະເຄື່ອນທີ່ຜ່ານ ພາກກາງຂອງປະເທດ ລາວໃນ ຕອນແລງຂອງວັນທີ 15 ກັນຍາ 2017. ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼຶ້ອມ ໃນລະດັບປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນແຂວງພາກເໜືືອດ້ານຕາເວັນອອກ, ພາກກາງ ແລະ ພາກໃຕ້ໃນໄລຍະວັນທີ 15 – 16 ກັນຍານີ້. ດັ່ງນັ້ນ, ຈຶ່ງຂໍແຈ້ງ ເຕືອນ ເຖິງອຳນາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນ ທີ່ອາໄສຢູ່ເຂດ ແຂວງ ດັ່ງກ່າວ, ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະກໍ່ໃຫ້ເກີດ ນໍ້າຖ້ວມຊຸ, ດິນເຈື່ອນ, ນໍ້າຖ້ວມອັ່ງ ຊື່ງຈະເປັນອັນຕະລາຍຕໍ່ຊີວິດ ແລະ ຊັບສິນ, ພ້ອມ ນີ້ກໍ່ໃຫ້ກະກຽມເຄື່ອນຍ້າຍວັດຖຸສີ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມການລາຍງານລາຍຂ່າວອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດເປັນປະຈຳ.

ແຫຼ່ງທີ່ມາ: ກົມອຸຕຸນິຍົມແລະອຸທົກກະສາດ

Post a Comment