ຕັດສິນຕະຫຼອດຊີວິດ ຖານຄ້າຂາຍ ແລະ ຄອບຄອງຢາເສບຕິດ


ຄະນະສານຄະດີອາຍາຂັ້ນຕົ້ນ ສານປະຊາຊົນ ແຂວງໄຊຍະບູລີ ໄດ້ຕັດສິນຈໍາເລີຍ 4 ຄົນ ໂດຍຕັດອິດສາລະພາບຕະຫຼອດຊີວິດ ໃນສະຖານຄ້າຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງ ປະເພດຢາບ້າ ຈໍານວນ 4 ມັດ ນໍ້າໜັກ 898,9 ກຼາມ ໃນວັນທີ 7 ກັນຍາ 2017.


ຕາມການຖະແຫຼງຂອງອົງການໄອຍະການປະຊາຊົນ ແຂວງໄຊຍະບູລີ ເຫັນວ່າ: ຈໍາເລີຍທັງ 4 ຄົນ ມີ ນາງ ຈັນທອນ ອາຍຸ 37 ປີ ຢູ່ບ້ານນາແຄມ ເມືອງພຽງ ແຊວງໄຊຍະບູລີ, ທ້າວ ພອນຈິດ ອາຍຸ 48 ປີ ຢູ່ບ້ານບົວຈະເລີນ ເມືອງຊະນະຄາມ, ທ້າວ ຕ໋ອງ ທອງພຸດ ອາຍຸ 36 ປີ ຢູ່ບ້ານດົງຄ່າ ເມືອງຊະນະຄາມ, ທ້າວ ບີ່ຢ່າ ອາຍຸ 28 ປີ ຢູ່ບ້ານນາຂອບ ເມືອງເຟືອງ ທັງ 3 ແມ່ນຢູ່ແຂວງວຽງຈັນ, ໂດຍຈໍາເລີຍທັງ 4 ຄົນ ຖືກເຈົ້າໜ້າທີ່ກັກຕົວ ໃນວັນທີ 17 ຕຸລາ 2016 ຢູ່ບ້ານໜອງບົວຊາຍ ເມືອງພຽງ ແຂວງໄຊຍະບູລີ ພ້ອມຂອງກາງຢາບ້າ ຈໍານວນ 4 ມັດ ນໍ້າໜັກ 898,9 ກາມ, ໂທລະສັບມືຖື 4 ໜ່ວຍ, ລົດກະບະ VIGO ສີປອນທອງ ໝາຍເລກທະບຽນ ກທ 4230 ກໍາແພງນະຄອນ, ລົດຮຸນໄດຍີ່ຫຍໍ້ DAEHAN ສີຂາວ ໝາຍເລກທະບຽນ ກຍ 7887 ກໍາແພງນະຄອນ, ປືນລູກຊອງສັ້ນ 1 ກະບອກ ພ້ອມລູກກະສຸນ 6 ລູກ, ເງິນບາດຈໍານວນ 3.000 ບາດ ແລະ ສາຍຄໍເກ້ 1 ເສັ້ນ.
ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ, ເອກະສານທີ່ປະກອບຢູ່ໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນຮອບດ້ານ ແລະ ພາວະວິໄສ ເຫັນວ່າ: ຈໍາເລີຍທັງ 4 ໄດ້ກະທໍາຜິດໃນສະຖານຄ້າຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງ
ຕາມມາດຕາ 2 , ຂໍ້ 2 ວັກສາມ ມາດຕາ 146 ຂອງກົດໝາຍອາຍາສະບັບປັບປຸງ. ດັ່ງນັ້ນ, ຄະນະສານອາຍາຂັ້ນຕົ້ນ ສານປະຊາຊົນ ແຂວງໄຊຍະບູລີ ຈຶ່ງໄດ້ຕັດສິນຈໍາຄຸກຕະຫຼອດຊີວິດ ໂດຍຊ່ອງໜ້າໂຈດ ແລະ ຜູ້ປົກຄອງຍາດຕິພີ່ນ້ອງ.
ສໍາລັບເຄື່ອງຂອງກາງ ສາຍຄໍເກ້ 1 ເສັ້ນ, ເງິນບາດ 3.000 ບາດ ແມ່ນສົ່ງຄືນໃຫ້ຄອບຄົວທ້າວ ພອນຈິດ; ສ່ວນໂທລະສັບມືຖື 4 ເຄື່ອງ, ລົດກະບະ VIGO ສີປອນທອງ ໝາຍເລກທະບຽນ ກໍາແພງນະຄອນ 4230, ລົດຮຸນໄດ DAEHAN ໝາຍເລກທະບຽນ ກໍາແພງນະຄອນ 7887 ຮິບເຂົ້າເປັນຂອງລັດ ຕາມມາດຕາ 34 ຂອງກົດໝາຍອາຍາ ສະບັບປັບປຸງ ປີ 2005 ແລະ ຂອງກາງຢາບ້າ 4 ມັດ ເທົ່າກັບ 898,9 ກຼາມ ແມ່ນເປັນສິ່ງເກືອດຫ້າມ ແລະ ຜິດຕໍ່ລະບຽບກົດໝາຍ ສານເຫັນຄວນຮິບ ແລ້ວມອບໃຫ້ເຈົ້າໜ້າທີ່ກ່ຽວຂ້ອງປົກປັກຮັກສາໄວ້ເພື່ອທໍາລາຍຖິ້ມ, ສໍາລັບປືນລູກຊອງສັ້ນ ຈໍານວນ 1 ກະບອກ ພ້ອມດ້ວຍລູກກະສູນ 6 ລູກ ສານເຫັນຄວນຮິບຈາກທ້າວ ພອນຈິດ ( ຈໍາເລີຍທີ 2 ) ແລ້ວມອບໃຫ້ເຈົ້າໜ້າທີ່ປົກປັກຮັກສາໄວ້ຕາມລະບຽບການ.
ແຫຼງທີ່ມາ: ໜັງສືພິມຄວາມສະຫງົບ Lao Security New


ไม่มีความคิดเห็น