ຣັດເຊຍເປີດສາກຊ້ອມຮົບ”ຊາປັດ 2017”(ກົດຊົມຄລິບ)


ກອງທັລຣັດເຊຍຈັດການຊ້ອມຮົບ ຊາປັດ 2017 ຮ່ວມກັບກອງທັບເບລຣຸສ ທ່າມກາງການຈັບຕາເບິ່ງດ້ວຍຄວາມວິຕົກກັງວົນຢ່າງໜັກຂອງ ນາໂຕ



ສໍານັກຂ່າວຕ່າງປະເທດລາຍງານຈາກກຸງມິນສກ໌ ປະເທດເບລາຣຸສ ໃນວັນທີ່ 15 ກັນຍາ ວ່າການຊ້ອມຮົບຄັ້ງຍິ່ງໃຫຍ່ຂອງກອງທັບຣັດເຊຍພາຍໃຕ້ລະຫັດປະຕິບັດການ ຊາປັດ207 ເຊິ່ງເປັນພາສາຣັດເຊຍໝາຍເຖິງ ຕາເວັນຕົກ2017 ເລີ່ມຂື້ນແລ້ວໃນວັນພະຫັດທີ່ຜ່ານມາ ໂດຍຂໍ້ມູນຈາກກະຊວງປ້ອງກັນປະເທດຣັດເຊຍລະບຸວ່າການຊ້ອມຮົບໃນຄັ້ງນີ້ເປັນຄວາມຮ່ວມມືກັບເບລາຣຸສ ໂດຍນອກຈາກທະຫານເບລາຣຸສ 7,200 ສະຫາຍ ຣັດເຊຍສົ່ງທະຫານເຂົ້າຮ່ວມ 5,500 ສະຫາຍ ອາກາດຍານ 70 ລໍາ ຍານຍົນຫຸ້ມເກາະ 250 ຄັນ ແລະເຮືອພິຄາດອີກ 10 ລໍາ ເພື່ອພັດທະນາປະສິດທິພາບຂອງທະຫານແລະທົດສອບປະສິດທິພາບຂອງອາວຸດຍຸດໂທປະກອນ ໃນການປົກປ້ອງອະທິປະໄຕຂອງປະເທດຈາດສັດຕູ ທີ່ຢູ່ຕາມແນວພົບແດນຕິດກັບໂປແລນແລະກຸ່ມປະເທດແຖວບອລຕິກ








ການຊ້ອມຮົບຊາປັດ 2017 ຈະດໍາເນີນໄປຢ່າງຕໍ່ເນື່ອງຈົນຮອດວັນທີ່ 20 ກັນຍານີ້ ຂະນະທີ່ ພລ.ອ. ວາເລຣີ່ ເກຣາຊິມອຟ ປະທານຄະນະເສນາທິການທະຫານຣັດເຊຍ ກ່າວວ່າໄດ້ແຈ້ງກໍານົດການຊ້ອມຮົບຊາປັດ 2017 ໃຫ້ອົງການສົນທິສັນຍາແອດແລນຕິກເໜືອ(ນາໂຕ) ຮັບຮູ້ແລ້ວ ດ້ານສະຫາຍ ສະໂຕລເທນເບີກ ເລຂານຸການນາໂຕ ກ່າວກ່ອນໜ້ານີ້ວ່າ ນາໂຕ່ຈະຈັບຕາການຊ້ອມຮົບຄັ້ງ ຢ່າງໃກ້ຊິດ ຫຼັງລັດຖະບານມົດສະກູ ບໍ່ອານຸຍາດໃຫ້ນາໂຕ່ສົ່ງເຈົ້າໜ້າທີ່ເຂົ້າຮວມສັງເກດການ ເຊິ່ງນາໂຕເຊື່ອວ່າອາດເປັນຈິງຣັດເຊຍອາດຈະມີທະຫານເຂົ້າຮ່ວມການຊ້ອມຮົບຄັ້ງນີ້ຫຼາຍເຖິງ 100, 000 ສະຫາຍ ແລະອາດມີການຊ້ອມໃຊ້ງານລະບົບປ້ອງກັນຂີປະນາວຸດລວມເຖິງການຝືກຊ້ອມ


ດ້ວຍກະສຸນແທ້ ຄລິບປະກອບ:

ไม่มีความคิดเห็น