ເກົາຫຼີໃຕ້ທົດສອບຂີປະນາວຸດຫຼົບຫຼີກການກວດຈັບຂອງເຣດ່າ


ກອງທັບເກົາຫຼີໃຕ້ທົດສອບປະສິດທິພາບຂອງຂະປະະນາວຸດ ທໍຣັສ ທີ່ສາມາດຫຼົບຫຼີການກວດຈັບຂອງເຣດ່າ ເພື່ອເພີ່ມຄວາມພ້ອມທາທະຫານຫຼັງຈາກທີ່ເກົາຫຼີເໜືອທົດສອບລະເບີດນິວເຄຣຍຄັ້ງທີ່6ໃນຊ່ວງຕົ້ນເດືອນ



ສໍານັກຂ່າວຕ່າງປະເທດລາຍງານຈາກກຸງໂຊ ປະເທດເກົາຫຼີໃຕ້ໃນວັນທີ່ 14 ກັນຍາ ວ່າກອງທັບເກົາຫຼີໃຕ້ທົດສອບປະສິດທິພາບຂອງຂະປະະນາວຸດ ທໍຣັສ ທີ່ຊື້ມາຈາກເຢຍລະມັນ ດ້ວຍການຍິງອອກຈາກເຄື່ອງບິນເອຟ-15 ເຊິງບິນຢູ່ໃນລະດັບຕໍ່າ ລະຫວ່າງການເຝິກຊ້ອມລ່າສຸດ ບໍລິເວນແຄມຝັ່ງທະເລທາງຕາເວັນອອກຂອງປະເທດໃນວັນອັງຄານທີ່ຜ່ານມາ ແລະຂີປະນາວຸດເຊິ່ງມີໄລຍະພີໄສປະມານ 500 ກິໂລແມັດແລະສາມາດໂຈມຕີເປົ້າໝາຍຈໍລອງໄດ້ຢ່າງແມ່ນຍໍາ




ຂະນະທີ່ກະຊວງປ້ອງກັນປະເທດເກົາຫຼີໃຕ້ລາຍງານເພີ່ມຕື່ມວ່າ ໃນຂີປະນາວຸດ ທໍຣັສ ມີການຕິດຕັ້ງອຸປະກອນລ່ອງຫົນສໍາລັບການຫຼົບຫຼີກການຈັບຂອງເຣດ່າ ໝາຍຄວາມວ່າຂີປະນາວຸດລຸ່ນດັ່ງກ່າວສາມາດໂຈມຕີເປົ້າໝາຍໃນເກົາຫຼີເໜືອໄດ້ທັນທີ ຫາກເກີດສະຖານະການບໍ່ຄາດຝັນ





ຄວາມເຄື່ອນໄຫວທາງທະຫານດັ່ງກ່າວມີຂື້ນປມານ 1 ອາທິດຫຼັງຈາກທີ່ເກົາຫຼີເໜືອທົດສອບລະເບີດນິວເຄຣຍຄັ້ງທີ່ 6 ແລະອ້າງວ່າເປັນລະເບີດໄຮໂດຣເຈນທີ່ສາມາດນໍາໄປຕິດຕັ້ງກັບຫົວລົບຂີປະນາວຸດຂ້າມທະວີບໄດ້ແລ້ວທາງດ້ານຄະນະກໍາມະການຄວາມປອດໄພແລະຄວາມໝັ້ນຄົງທາງນິວເຄຣຍຂອງເກົາຫຼີໃຕ້ລາຍງານໃນພຸດວ່າກວດພົບ ໄອໂຊໂທບຂອງທາດຊີນອນ-133 ໃນຮອຍຕໍ່ລະຫວ່າງນ່ານຟ້າຂອງເກົາຫຼີໃຕ້ແລະເກົາຫຼີເໜືອ ບົ່ງບອກວ່າລະເບີດທີ່ມີການທົດສອບສ່ວນໃຫຍ່ມີສ່ວນປະກອບຂອງພລູໂຕນ່ຽມ ແຕ່ຍັງບໍພົບຮ່ອງຮອຍຂອງທິຣທຽມ ເຊີ່ງເປັນໜື່ງໃນໄອໂຊໂທບຂອງອາໂຕມໄຮໂດຣເຈນ
ຄລິບປະກອບ:


ไม่มีความคิดเห็น