ໄອເອສດັກຊຸ່ມໂຈມຕີຂະບວນລົດຕໍຫຼວດອີຢິບເສຍຊີວິດ 18 ສະຫາຍ


ໄອເອສດັກຊຸ່ມໂຈມຕີຂະບວນລົດຕໍຫຼວດອີຢິບ ໃນແຫຼມໄຊນາຍທາງພາກເໜືອໃນວັນວັນຈັນຕໍາຫຼວດເສຍຊີວິດ 18 ສະຫາຍແລະໄດ້ຮັບບາດເຈັບ 7 ສະຫາຍ



ສໍານັກຂ່າວເອພີ ເອເອຟແລະຣອຍເຕີລາຍງານຈາດໍກກຸງໄຄໂຣ ປະເທດອີຢິບໃນວັນທີ່ 11 ກັນຍາ ວ່າການບຸກໂຈມຕີເກີດຂຶ້ນທີ່ຖະໜົນສາຍໜຶ່ງໃນເຂດເມືອງເອລ-ອາຣິຊ ແຂວງໄຊນາຍເໜືອ ລະເບີດຂ້າງທາງທໍລາຍລົດຫຸ້ມເກາະ 4 ຄົນແລະຄົນທີ່ 5 ຂົນອຸປະກອນຕັດສັນຍານຈົນລຸກເປັນໄຟ ກ່ອນທີ່ກຸ່ມນັກຮົບໄອເອສທີ່ດັກຊຸ່ມຢູ່ພື້ນທີ່ທະເລຊາຍ 2 ຟາກທາງຈະລະດົມຍິງເຂົ້າຊໍ້າ
ກະຊວງພາຍໃນອີຢິບຖະການຢືນຢັນການໂຈມຕີ ມີຜູ້ເສຍຊີວິດແລະບາດເຈັບ ແຕ່ບໍ່ໄດ້ລະບຸຕົວເລກຂະນະທີ່ກຸ່ມໄອເອສອອກປະກາດຜ່ານສໍານັກຂ່າວອາມັກ ສື່ກະບອກສຽງ ສະແດງຄວາມຮັບຜິດຊອບຕໍ່ການໂຈມຕີ
ກຸ່ມໄອເອສໃນແຫຼມໄຊນາຍກໍ່ເຫດຫຼາຍຄັ້ງນັບຕັ້ງແຕ່ກອງທັບອີຢິບກໍ່ຕັ້ງລັດປະຫານຍຶດອໍານາດຈາກປະທານາທິບໍດີໂມຮໍາເໝັດ ມອຣ໌ຊີ ນັກການເມືອງແນວຮ່ວມກຸ່ມພີ່ນ້ອງມຸສລິມ ທີ່ມາຈາກການເລືອກຕັ້ງຕາມລະບອບປະຊາທິປະໄຕໃນເດືອນກຸມພາ 2013.

ไม่มีความคิดเห็น