“ຢູເອັນ”ແບນ-ຈໍາກັດໂຄຕ້ານໍ້າມັນຂອງເກົາຫຼີເໜືອ
ສໍານັກຂ່າວຕ່າງປະເທດລາຍງານຈາກນິວຢອກ
ປະເທດສະຫະລັດອາເມຣິກາ ໃນວັນທີ ກັນຍາ
ວ່າຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ(ຢູເອັນເອສຊີ) ທັ້ງ 15 ປະເທດ
ມະຕິເຫັນດີເອກະພາບ ໃນການປະຊຸມໃນວັນຈັນ ສະໜັບສະໜູນຮ່າງມະຕິສະຫະລັດສະເໜີໂດຍສະຫະລັດ
ໃນການຄວໍ່າບາດອຸດສະຫະກໍາ ຂອງເກົາຫຼີເໜືອທີມີມູນຄ່າ 752,5 ລ້ານໂກລ່າສະຫະລັດໃນປີ່ທີແລ້ວ
ການຫ້າມອອກໃບອານຸຍາດໃຫ້ແກ່ແຮງງານຊາວເກົາຫຼີເໜືອແລະຫ້າມເກົາຫຼີເໜືອນໍາເຂົ້າກາສ໌ທໍາມະຊາດແຫຼວ(ແອລເອັນຈີ)
ເປັນການລົງໂທດການທົດສອບນິວເຄຣຍຄັ້ງທີ
ໃນວັນທີ່ 3 ກັນຍາທີ່ຜ່ານມາເຊິ່ງຖືເປັນການທົດສອບທີ່ມີອານຸພາບຮຸນແຮງທີ່ສຸດ
ນັບແຕ່ເກົາຫຼີເໜືອທົດສອບອາວຸດນິວເຄຣຍເປັນຄັ້ງທໍາອິດໃນປີ2006
ແນວໃກດໍ່ຕາມຮ່າງມະຕິດັ່ງກ່າວຜ່ອນຫຼຸດລົງມາເປັນມາດຕະການຄວບຄຸມການນໍາເຂົ້ານໍ້າມັນດິບແລະຜະລິດຕະພັນປີໂຕລ່ຽມຂອງເກົາຫຼີເໜືອ
ຈາກເດີມທີ່ສະຫະລັດຕ້ອງການໃຫ້ເປັນການຫ້າມນໍາເຂົ້ານໍ້າມັນດິບຂອງລັດຖະບານປຽງຢາງໃຫ້ຢູ່ໃນລະດັບເທົ່າກັບ
12 ເດືອນທີ່ຜ່ານມາແລະຈໍາກັດການນໍາເຂົ້າຜະລິດຕະພັນປີໂຕລ່ຽມບໍ່ເກີນ 2
ລ້ານບາຣ໌ເຣວຕໍ່ປີ ຂະນະດຽວກັນສະຫະລັດຍິນຍອມຕາມຄວາມຕ້ອງການຂອງຈີນແລະຣັດເຊຍ ດ້ວຍການຖອນຂໍ້ຮຽກຮ້ອງໃຫ້ຢູເອັນເອສຊີອາຍັດຊັບສິນຂອງ
ຄິມ ຈອງ-ອຶນຜູ້ນໍາສູງສຸດຂອງເກົາຫຼີເໜືອ ການຂື້ນບັນຊີດໍາຂອງສາຍການບິນແອຣ໌ໂຄຢໍແລະເຈົ້າໜ້າທີ່ລະດັບສູງອີກຫຼາຍຄົນຂອງເກົາຫຼີເໜືອ
ດ້ານທ່ານ ນາງ
ນິກກີ ເຮລິຍ໌ ເອກອັດຄະລາຊະທູດສະຫະລັດປະຈໍາຢູເອັນປະຈໍາຢູເອັນ
ກ່າວຢືນຢັນຕໍ່ທີ່ປະຊຸມວ່າ ສະຫະລັດບໍ່ເຄີຍຄິດສະແຫວງຫາສົງຄາມກັບເກົາຫຼີເໜືອ
ແຕ່ຈົນຮອດຕອນນີ້ລັດຖະບານປຽງຢາງຍັງບໍ່ຍອມກັບຕົວ
ແລະກ່າວອີກວ່າຮ່າງມະຕິສະບັບລ່າສຸດຈະບໍ່ເກີດຂື້ນ
ຫາກປາສະຈາກຄວາມສໍາພັນອັນແໜ້ນແຟ້ນລະຫວ່າງປະທານາທິບໍດີໂດນັລ ທຣໍາ ກັບປະທານາທິບໍດີ ສີ
ຈິ້ນຜິງ ສ່ວນທ່ານ ຫຼິວ ຈີອີ້ ເອກອັດຄະລາຊະທູດຈີນປະຈໍາຢູເອັນ
ກ່າວຂໍໃຫ້ເກົາຫຼີເໜືອໃຫ້ຄວາມສໍາຄັນກັບ ການຄາດຫວັງ ຈາກປະຊາຄົມໂລກຄັ້ງນີ້ ສ່ວນທ່ານ
ວາສຊີລີເອກອັດຄະລາຊະທູດຣັດເຊຍປະຈໍາຢູເອັນກ່າວ ເປັນໃນວ່າ ບາງຝ່າຍກໍາລັງປະເມີນບົດບາດຂອງຣັດເຊຍແລະຈີນເທິງເວທີຢູເອັນເອສຊີ
ຕໍ່າເກີນໄປ ເຊີ່ງສື່ເຖິງສະຫະລັດ




Post a Comment