ໂສມແດງກ້າວຂູ່ສະຫະລັດກຽມພົບກັບຄວາມເຈັບປວດທີ່ສຸດ
ລັດຖະບານປຽງຢາງປະຕິເສດມາດຕະການຄວໍ່າບາດຄັ້ງໃໝ່ຂອງຢູເອັນ
ທີ່ຄວໍ່າບາດອຸດສາຫະກໍາສິ່ງທໍຂອງເກົາຫຼີເໜືອແລະເຕືອນສະຫະລັດທີ່ເປັນຜູ້ສະເໜີມະຕິກຽມພົບກັບຄວາມເຈັບປວດຄັ້ງຍິ່ງໃຫຍ່ທີ່ສຸດ
ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນເຈນາວີ
ປະເທດສວິດເຊີແລນໃນວັນທີ່ 12 ກັນຍາສະຫາຍ ຮັນ ແທ-ຊອງ ເອກອັດຄະລາຊະທູດເກົາຫຼີເໜືອປະຈໍາຢູເອັນປະຈໍາຢູເອັນ(ຢູເອັນ) ກ່າວລະຫວ່າງການເຂົ້າຮ່ວມການປະຊຸມລະດັບນາໆຊາດວ່າດ້ວຍການປົດອາວຸດນິວເຄຣຍ
ທີ່ນະຄອນເຈນາວີວ່າລັດຖະບານວໍຊີງຕັນກໍາລັງເລັ່ງໃຫ້ການພະເຊີນໜ້າທາງການເມືອງ
ເສດຖະກິດແລະການທະຫານ ດ້ວຍການໝົກໝຸ່ນກັບການຫາທາງໃຊ້ມາດຕະການອັນປ່າເຖື່ອນ
ເພື່ອຫວັງຢັບຢັ້ງໂຄງການພັດທະນານິວເຄຣຍຂອງເກົາຫຼີເໜືອທີ່ໄດ້ຮັບການພັດທະນາແລ້ວ
ສະຫາຍ ຮັນ ກ່າວດ້ວຍວ່າມາດຕະການການຕອບໂຈ້ຂອງເກົາຫຼີເໜືອຕໍ່ລັດຖະບານວໍຊີງຕັນໃນອານາຄົດ
ທີ່ຈະເຮັດໃຫ້ສະຫະລັດຕ້ອງພົບກັບຄວາມເຈັບປວດຄັ້ງຍິ່ງໃຫຍ່ໃນແບບທີ່ສະຫະລັດບໍ່ເຄີຍປະສົບມາກ່ອນ ໂດຍບໍ່ໄດ້ກ່າວຂະຫຍາຍຄວາມອີກ ໃນຂະນະນັ້ນລັດຖະບານປຽງຢາງເຄີຍອ້າງວ່າການທົດສອບລະເບີດນິວເຄຣຍຄັ້ງທີ6
ໃນວັນທີ່ 3 ກັນຍາ ທີ່ຜ່ານມາເປັນລະເບີດໄຮໂດຣເຈນແລະສາມາດນໍາໄປຕິດຕັ້ງກັບຫົວລົບຂອງຂີປານາວຸດຂ້າມທະວີບໃນອານາຄົດອັນໃກ້ໆນີ້
ແນວໃກດໍ່ຕາມຮ່າງມະຕິດັ່ງກ່າວຜ່ອນຫຼຸດລົງມາເປັນມາດຕະການຄວບຄຸມການນໍາເຂົ້ານໍ້າມັນດິບແລະຜະລິດຕະພັນປີໂຕລ່ຽມຂອງເກົາຫຼີເໜືອ
ຈາກເດີມທີ່ສະຫະລັດຕ້ອງການໃຫ້ເປັນການຫ້າມນໍາເຂົ້ານໍ້າມັນດິບຂອງລັດຖະບານປຽງຢາງໃຫ້ຢູ່ໃນລະດັບເທົ່າກັບ
12 ເດືອນທີ່ຜ່ານມາແລະຈໍາກັດການນໍາເຂົ້າຜະລິດຕະພັນປີໂຕລ່ຽມບໍ່ເກີນ
2 ລ້ານບາຣ໌ເຣວຕໍ່ປີ
ຂະນະດຽວກັນສະຫະລັດຍິນຍອມຕາມຄວາມຕ້ອງການຂອງຈີນແລະຣັດເຊຍ
ດ້ວຍການຖອນຂໍ້ຮຽກຮ້ອງໃຫ້ຢູເອັນເອສຊີອາຍັດຊັບສິນຂອງ ຄິມ
ຈອງ-ອຶນຜູ້ນໍາສູງສຸດຂອງເກົາຫຼີເໜືອ
ການຂື້ນບັນຊີດໍາຂອງສາຍການບິນແອຣ໌ໂຄຢໍແລະເຈົ້າໜ້າທີ່ລະດັບສູງອີກຫຼາຍຄົນຂອງເກົາຫຼີເໜືອ
ຄລິບປະກອບ:

Post a Comment