ຕຸລະກີຕົກລົງຊື້ຂີປະນາວຸດຈາກຣັດເຊຍ
ສໍານັກຂ່າວຕ່າງປະເທດລາຍງານຈາກກຸງອັງກາຣາ
ປະເທດຕຸລະກີ ໃນວັນທີ່ 12 ກັນຍາ
ໜັງສືພິມລາຍວັນເຮີຣິເຢດລວມທັງໜັງສືພິມສະບັບອື່ນໆຂອງຕຸລະກີລາຍງານການເປີດເຜີຍຂອງປະທານາທິບໍດີເຣເຊບ
ເທຢິບ ເອີຣ໌ໂດກັນ ແຫ່ງຕຸລະກີວ່າ ຕຸລະກີໄດ້ລົງນາມໃນຂໍ້ຕົກລົງຂໍຊື້ລະບົບປ້ອງກັນຂີປະນາວຸດເອສ-400
ຈາກຣັດເຊຍ ຖືເປັນການຂາຍອາວຸດຄັ້ງສໍາຄັນຂອງຣັດເຊຍແລະຍັງເປັນການສ້າງຂໍ້ຕົກລົງຊື້-ຂາຍຂີປະນາວຸດຈາກພື້ນສູ່ອາກາດຄັ້ງສໍາຄັນຂອງຕຸລະກີກັບປະເທດນອກກຸ່ມນາໂຕ່(ອົງການສົນທິສັນຍາແອັດແລນຕິກເໜືອ)
ປະທານາທິບໍດີເຣເຊບ ເທຢິບ ເອີຣ໌ໂດກັນ
ປະທານາທິບໍດີເຣເຊບ
ເທຢິບ ເອີຣ໌ໂດກັນ ກ່າວວ່າມີການລົງນາມຊື້ຂາຍອາວຸດຈາກຣັດເຊຍແລະຈ່າຍເງິນມັດຈໍາໄປແລ້ວເຊິ່ງປະທານາທິບໍດີປູຕິນແລະຕົວທ່ານເອງກໍຢືນຢັນໃນເລື່ອງການຊື້ຂາຍອາວຸດນີ້
ການຊື້ຂາຍອາວຸດຈາກປະເທດນອກກຸ່ມນາໂຕສ້າງຄວາມວິຕົກກັງວົນໃຫ້ກັບປະເທດຕາເວັນຕົກເພາະອາດຈະມີການປຽບທຽບອາວຸດທີ່ພັນທະມິດນາໂຕ່ມີຢູ່
ໂດຍສະເພາະກະຊວງປ້ອງກັນປະເທດສະຫະລັດເຄີຍກ່າວເຕືອນໃຫ້ລະວັງຈາກການຊື້ອາວຸດຈາກປະເທດນອກກຸ່ມນາໂຕ່
ແຕ່ກະຍອມຮັບໂດຍກົງວ່າ
ອາດເປັນແນວຄິດທີ່ດີສໍາລັບພັນທະມິດນາໂຕ່ທີ່ໄດ້ໄປຊື້ອາວຸດທີ່ສາມາດໃ້ງານໄດ້ຢ່າງກວ້າງຂວາງ
ຂະນະທີ່ປະທານາທິບໍດີເຣເຊບ ເທຢິບ ເອີຣ໌ໂດກັນ ມີອິດສະຫຼະທ່ຈະໄປຊື້ອາວຸດທາງທະຫານ
ຂື້ນຢູ່ກັບຄວາມຈໍາເປັນໃນການໃຊ້ອາວຸດເພື່ອປ້ອງກັນປະເທດ
ດ້ານລັດຖະບານຣັດເຊຍຢືນຢັນເລື່ອງການຊື້ອາວຸດເອສ-400
ໂດຍ ສະຫາຍ ວລາເມຍ ໂຄຊິນ
ທີ່ປຶກສາຝ່າຍຄວາມຮ່ວມມືທາງທະຫານແລະເທັກນິກຂອງປະທານາທິບໍດີຣັດເຊຍກ່າວວ່າ
ມີການລົງນາມຊື້ຂາຍອາວຸດໄປແລ້ວແລະຂີປະນາວຸດເອສ-400
ກໍເປັນໜື່ງໃນລະບົບອາວຸດທີ່ຊັບຊ້ອນທີ່ສຸດເພາະໃຊ້ອຸປະກອນດ້ານເທັກນິກຫຼາຍຢ່າງ


Post a Comment