ເຈົ້າໜ້າທີ່ຢືນຢັນ ກໍລະນີເຫດຄາດຕະກຳ 2 ສົບຢູ່ບ້ານສາລາຄຳບໍ່ແມ່ນການຂ້າຊິງຊັບ!
ຈາກເຫດຄາດຕະກຳ 2 ສົບ, ທີ່ເກີດຂຶ້ນເຊົ້າຂອງວັນທີ 1 ກັນຍາຜ່ານມານີ້, ຢູ່ບ້ານສາລາຄໍາ, ເມືອງຫາດຊາຍຟອງ
ນະຄອນຫລວງວຽງຈັນ,ພົບວ່າເປັນເພດຍິງທັງສອງຄົນແລະ ໄດ້ເສຍຊີວິດຄາທີ່
ແລະ ດ້ວຍເຫດຜົນໃດ??
ທ່ານ ພັນຕີ ເກດສະໜາ ພິຈິດ ຮອງຫົວໜ້າພະແນກຕຳຫລວດສືບ ສວນ-ສອບສວນຄະດີອາຍາ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ຜ່ານການສືບສວນ ແລະ ລົງເກັບກຳຂໍ້ມູນໃນເບື້ອງຕົ້ນ ຈາກພະຍານ, ຜູ້ເຫັນເຫດການ ຮູ້ວ່າ: ເວລາປະມານ 9 ໂມງເຊົ້າຂອງຂອງມື້ນັ້ນ, ຊຶ່ງກ່ອນເວລາເກີດເຫດໄດ້ມີແມ່ບ້ານທີ່ເຮັດວຽກຢູ່ເຮືອນຂອງທ້າວ ວິລະສັກ ລາດຊະວົງສິງ (ອ໋ອດ), ຈຳນວນ 4 ຄົນຄື: ນາງ ແອ ໂພນດົງ, ອາຍຸ 48 ປີ, ແລະ ນາງ ນ້ອຍ, ອາຍຸ 21 ປີ, ຢູ່ບ້ານດົງໂພນເລົາ, ເມືອງຫາດຊາຍຟອງ, ນະຄອນ ຫລວງວຽງຈັນ ແລະ ນາງ ສະຫວັນນະລີ ສີລາໄລ (ແຕະ), ອາຍຸ 54 ປີ ແລະ ນາງ ໂມະ, ອາຍຸ 40 ປີ, ຢູ່ບ້ານສາລະຄຳໃຕ້, ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ, ທັງສາມໄດ້ເຮັດໜ້າທີ່ຂອງຕົນຕາມປົກກະຕິໃນແຕ່ລະວັນຢູ່ພາຍໃນບ້ານ, ຫລັງຈາກທ້າວ ອ໋ອດ (ເຈົ້າຂອງເຮືອນ) ໄດ້ຂັບລົດອອກໄປເຮັດວຽກ, ຈາກນັ້ນ ຜູ້ເປັນເມຍຂອງທ້າວອ໋ອດຄື: ນາງ ຈັນທະວີ ລາດຊະວົງສິງ (ອອມ), ອາຍຸ 34 ປີ, ໄດ້ຂັບລົດໃຫຍ່ອອກໄປກາງເດີ່ນບ້ານ ເພື່ອໃຫ້ ນາງ ແອ ແລະ ນາງ ນ້ອຍ ຊ່ວຍກັນລ້າງລົດ, ຈາກນັ້ນ ກໍໄດ້ຍ່າງກັບເຂົ້າໄປໃນເຮືອນປະມານ 10 ນາທີເທົ່ານັ້ນ ກໍໄດ້ຍິນສຽງຮ້ອງອອກມາແຕ່ໃນເຮືອນ, ຈຶ່ງເຮັດໃຫ້ນາງແອ ແລະ ນາງນ້ອຍ ແລ່ນເຂົ້າໄປ, ສ່ວນນາງແຕະ ທີ່ເຮັດວຽກຢູ່ໃນເຮືອນຄົວ ແລະ ນາງໂມະ ທີ່ເຮັດວຽກຢູ່ພາຍໃນເຮືອນ ກໍໄດ້ແລ່ນອອກມາເບິ່ງ ແລະ ເຫັນຜູ້ຊາຍ 1 ຄົນ ໃສ່ໝວກມົ້ງສີດຳປິດບັງໃບໜ້າ, ໃສ່ເສື້ອຍືດແຂນສັ້ນສີດຳລ້ວນ, ໃສ່ໂສ້ງຂາສັ້ນເຄິ່ງຫົກຖົງສີຂຽວຂີ້ມ້າ, ຢືນຈັບປືນສັ້ນຢູ່ໃນເຮືອນແລ້ວຍັງແນປືນມາໃສ່ພວກກ່ຽວ, ຈາກນັ້ນ ທຸກຄົນກໍໄດ້ພາກັນແລ່ນລົບລີ້ໄປຄົນລະທິດທາງເພື່ອເອົາຕົວຫລອດ, ຜ່ານໄປຫລາຍນາທີ ພວກກ່ຽວຈຶ່ງພາກັນອອກມາ ແລະ ພົບວ່າ: ນາງ ອອມ ຖືກຍິງເຂົ້າໜ້າເອິກ 3 ນັດ ແລະ ນາງໂມະ ຖືກຍິງເຂົ້າຄະມັບ 1 ນັດ ສົ່ງຜົນໃຫ້ທັງສອງເສຍຊີວິດຄາທີ່.

ຕໍ່ເຫດການດັ່ງກ່າວ
ທາງເຈົ້າຂອງບ້ານໄດ້ກວດກາຊັບສິນຂອງຕົນແຕ່ບໍ່ມີຫຍັງເສຍຫາຍຈັກຢ່າງ
ດັ່ງນັ້ນ ຈຶ່ງສະຫລຸບໄດ້ວ່າ:
ເຫດການຄາດຕະກຳດັ່ງກ່າວບໍ່ແມ່ນການຂ້າຊິງຊັບ ແລະ
ເຈົ້າໜ້າທີ່ກໍໄດ້ສືບຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງເພື່ອຕິດຕາມຫາເປົ້າໝາຍ
ກໍຄືຄົນຮ້າຍຜູ້ກໍ່ເຫດດັ່ງກ່າວໃຫ້ໄດ້ໄວທີ່ສຸດ.
ຂໍ້ມູນຈາກ: ໜັງສືພີມລາວພັດທະນາ

Post a Comment