ເກົາຫຼີເໜືອຂູ່ອາເມຣິກາຕ້ອງຊົດໃຊ້ຖ້າຖືກມາດຕະການຄວໍ່າບາດເພີ່ມ(ກົດຊົມຄລິບ)


ລັດຖະບານປຽງຢາງປະກາດວ່າ ສະຫະລັດ ຕ້ອງຊົດໃຊ້ຢ່າງສະສົມ ຖ້າຫາກຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດຜ່ານມະຕິຄວໍ່າບາດເກົາຫຼີເໜືອຄັ້ງໃໝ່



ສໍານັກຂ່າວຕ່າງປະເທດລາຍງານຈາກກຸງໂຊປະເທດ ເກົາຫຼີໃຕ້ໃນວັນທີ່ 11 ກັຍາວ່າກະຊວງປ້ອງກັນປະເທດເກົາຫຼີເໜືອອອກຖະແຫຼງການຜ່ານສໍານັກຂ່າວກາງເກົາຫຼີວ່າ ສະຫະລັດກໍາລັງ ພະຍາຍາມຢ່າງບ້າຄັ່ງ ໃນການເປົ່າຫູ ໃຫ້ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດຜ່ານມະຕິ ອັນບໍ່ເປັນທໍາ ໃນການເພີ່ມມາດຕະການຄວໍ່າບາດທາງດ້ານເສດຖະກິດຕໍ່ລັດຖະບານປຽຢາງ ເຊິງມະຕິດັ່ງກ່າວຜ່ານຄວາມເຫັນດີແທ້ອາເມຣິກາຕ້ອງຊົດໃຊ້ຢ່າງສະສົມ



ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດມີກໍານົດລົງມະຕິຮ່າງມາດຕະການຄວໍ່າບາດເກົາຫຼີເໜືອສະບັບໃໝ່ຕາມການສະເໜີຂອງສະຫະລັດ ໃນວັນຈັນທີ 11 ກັນຍານິີ້ຕາມເວລາທ້ອງຖິ່ນເພື່ອລົງໂທດ ການທົດສອບລະເບີດນິວເຄຣຍຄັ້ງທີ່ 6 ຂອງເກົາຫຼີເໜືອເຊິ່ງຖືວາເປັນການທົດສອບອາວຸດນິວເຄຣຽທີ່ມີອານຸພາບຫຼາຍນັບແຕ່ການທົດສອບຄັ້ງທໍາອິດໃນປີ 2006 ໂດຍລັດຖະບານວໍຊີງຕັນຕ້ອງການໃຫ້ສະຫະປະຊາດຊາດອາຍັດຊັບສິນຂອງ ຄິມ ຈອງ-ອຶນ ພ້ອມເຈົ້າໜ້າທີ່ລະດັບສູງໃນລັດຖະບານປຽງຢາງອີກຫຼາຍຄົນ ແລະຈໍກັດການຊື້-ຂາຍນໍ້າມັນດິບແລະຜະລິດຕະພັນປີໂຕລຽມລະຫວ່າງເກົາຫຼີເໜືອແລະປະເທດຄູ່ຄ້າສ່ວນໃຫຍ່ແມ່ນຈີແລະຣັດເຊຍ
ຄລິບປະກອບ:



ไม่มีความคิดเห็น