ເກົາຫຼີເໜືອໂຊລະເບີດໄຮໂດຣເຈນລຸ່ນໃໝ່


ສໍານັກຂ່າວຕ່າງປະເທດລາຍງານຈາກກຸງໂຊ ປະເທດເກົາຫຼີໃຕ້ ໃນວັນທີ່ 3 ກັນຍາວ່າ ສໍານັກຂ່າວກາງຂອງເກົາຫຼີ(ຄເອັນຊີເອ)ກະບອກສຽງຂອງລັດຖະບານປຽງຢາງ ໄດ້ເຜີຍແຜ່ຮູບພາບຂອງ ຄິມ ຈອງ-ອືນຜູ້ນໍາສູງສຸດຂອງເກົາຫຼີເໜືອ ເດີນທາງໄປສະຖານທີ່ແຫ່ງໜຶ່ງເພື່ອກວດສອບຄວາມຄືບໜ້າຂອງໂຄງການພັດທະນາເທີໂມນິວເຄຣຍ ຫຼືລະເບີດໄຮໂດຣເຈນ ທີ່ສ່ວນປະກອບທຸກອັນແລະການຜະລິດທຸກຂັ້ນຕອນເກີດຂື້ນໂດຍສີມືຂອງຜູ້ຊ່ຽວຊານເກົາຫຼີເໜືອ ທັງໝົດຄິມຈອງ-ອືນ ໄດ້ສັ່ງການໃຫ້ເຈົ້າໜ້າທີ່ກຽມນໍາລະເບີດໄຮໂດຣເຈນລຸ່ນໃໝ່ນີ້ໄປຕິດຕັ້ງເຂົ້າກັບຂີປະນາວຸດຂ້າມທະວີບ(ໄອຊີບີເອັມ)ລຸ່ນຕໍ່ໄປດ້ວຍ











ລາຍງານຈາກເຄຊີເອັນເອໄດ້ຮັບການເຜີຍແຜ່ຫຼັງຈາກລັດຖະບານປຽງຢາງປະສົບຜົນສໍາເລັດຈາກການທົດສອບໄອຊີບີເອັມ ຮວາຊອງ-14 ທີ່ຜ່ານມາ ຂະນະທີ່ລາຍງານລ່າສຸດເຄຊີບີເອັມ ເພີ່ມຄວາມວິຕົກໃຫ້ແກ່ຫຼາຍຝ່າຍວ່າອາດຈະເປັນເຈດຕະນາສົ່ງສັນຍານຂອງເກົາຫຼີເໜືອກ່ວກັບການທົດສອບນິວເຄຣຍຄັ້ງທີ່6 ເກົາຫຼີໃຕ້ວິເຄາະວ່າເປັນນິວເຄຣຍ ອານຸພາບຫຼາຍທີ່ສຸດ ດ້ວຍນໍ້າໜັກທີ່ຫຼາຍກວ່າ 10 ກິໂລຕັນ ເກືອບທຽບເທົ່າລະເບີດປະຣາມານູທີ່ສະຫະລັດເຄີຍໃຊ້ໃນສົງຄາມໂລກຄັ້ງທີ 2 ເຊີ່ງມີນໍ້າໜັກ 15 ກິໂລຕັນ

ไม่มีความคิดเห็น