ກຳປູເຈຍ ຈັບຜູ້ນຳຝ່າຍຄ້ານ ໂທດຖານສົມຮູ້ຮ່ວມຄິດ ເປັນກະບົດ
ສຳນັກຂ່າວຕ່າງປະເທດລາຍງານ
3 ກັນຍາ 2017
ວ່າ: ທ່ານ ແກມ
ໂສພາ ຜູ້ນຳຝ່າຍຄ້ານກຳປູເຈຍ ອາຍຸ 64 ປີ ແລະ
ເປັນຫົວໜ້າພັກກູ້ຊາດກຳປູເຈຍ ຖືກຈັບກຸມທີ່ເຮືອນຂອງທ່ານເອງໃນນະຄອນຫຼວງພະນົມເປັນ
ເມື່ອຕອນເຊົ້າຂອງວັນອາທິດ ທີ 3 ກັນຍາ 2017 ນີ້, ຖືເປັນການປະເຊີນໜ້າຄັ້ງໃໝ່ຂອງລັດຖະບານກຳປູເຈຍ
ທີ່ນຳໂດຍ ສົມເດັດ ຮຸນ ເຊນ ນາຍົກລັດຖະມົນຕີ ກັບ ຝ່າຍຕໍ່ຕ້ານ, ສື່ມວນຊົນອິດສະຫຼະ ຫຼື ໃຜກໍ່ຕາມທີ່ເປັນໄພຕໍ່ການຄອງອຳນາດອັນຍາວນານຂອງສົມເດັດ
ຮຸນ ເຊນ ທີ່ປົກຄອງປະເທດກຳປູເຈຍມາຍາວນານກວ່າ 3
ທົດສະວັດແລ້ວ
ກ່ອນທີ່ຈະມີການເລືອກຕັ້ງທົ່ວໄປໃນປີໜ້າ ເຊິ່ງທ່ານ ແກມ ໂສພາ
ຖືວ່າເປັນອີກຄົນໜຶ່ງທີ່ທ້າທາຍອຳນາດຂອງສົມເດັດ ຮຸນ ເຊນ.
ລັດຖະບານກຳປູເຈຍອອກຖະແຫຼງການລະບຸວ່າ
ມີຫຼັກຖານເປັນວິດີໂອ ແລະ ຫຼັກຖານອື່ນໆທີ່ບົ່ງບອກວ່າ
ມີການສົມຮູ້ຮ່ວມຄິດກັນແບບລັບໆຂອງທ່ານ ແກມ ໂສພາ ກັບບຸກຄົນອື່ນໆ ແລະ
ຊາວຕ່າງປະເທດເຊິ່ງເປັນໄພຕໍ່ປະເທດກຳປູເຈຍ
ການກະທຳນອກເໜືອຈາກການສົມຮູ້ຮ່ວມຄິດກັນແບບລັບໆແລ້ວຖືວ່າເປັນກະບົດ.
ໂດຍພາບຂ່າວທີ່ຖືກເຜີຍແຜ່ທາງສື່ມວນຊົນຂອງກຳປູເຈຍສະແດງໃຫ້ເຫັນວ່າ
ທ່ານ ແກມ ໂສພາ ຖືກຈັບໃສ່ກຸນແຈມືໄວ້ດ້ານຫຼັງແລ້ວນຳຕົວອອກຈາກເຮືອນໄປ, ໃນຂະນະທີ່ລູກສາວຂອງທ່ານ ເຊິ່ງເປັນເຈົ້າໜ້າທີ່ຂອງພັກກູ້ຊາດກຳປູເຈຍເປີດເຜີຍວ່າ
ພໍ່ຂອງລາວຖືກຈັບກຸມດ້ວຍກຳລັງຕຳຫຼວດປະມານ 100-200
ຄົນ ທີ່ເຂົ້າມາປິດລ້ອມ
ເພື່ອຄວບຄຸມພໍ່ຂອງລາວໄປຈາກເຮືອນ ໂດຍບໍ່ມີໝາຍຄົ້ນແຕ່ຢ່າງໃດ
ຕອນນີ້ບໍ່ຮູ້ວ່າພໍ່ຢູ່ໃສ.


Post a Comment