ເກົາຫຼີເໜືອແຜ່ນດິນໄຫວ-ຄາດເດົາວ່າອາດຈະທົດລອງນິວເຄຍຄັ້ງທີ່ 6




ເກີດແຜ່ນດິນໄຫວຄວາມຮຸນແຮງ 6,3 ບໍລິເວນພາກເໜືອເກົາຫຼີເໜືອ ທ່າມກາງອາດຈະເປັນການທົດສອບລະເບີດນິວເຄຍຄັ້ງທີ່ 6 ຫຼືບໍ
ສໍານັກຂ່າວຕ່າງປະເທດລາຍງານຈາກກຸງໂຊ ປະເທດເກົາຫຼີໃຕ້ ໃນວັນທີ່ 3 ກັນຍາ ວ່າສໍານັກງານສໍາຫຼວດທໍລະນີສາດສະຫະລັດ(ຢູເອສຈີເອສ) ກວດພົບການເກີດແຜ່ນດິນໄຫວຄວາມຮຸນແຮງ 5,6 ແມກນິຈູດ ໃນເວລາ 12.36 ນາທີ ຕາມເວລາທ້ອງຖິ່ນ(10.36 ນາທີ ຕາມເວລາໃນປະເທດລາວ)ໂດຍໂດຍຄວາມເລິກຂອງຈຸດສູນກາງຢູ່ທີ່ລະດັບຜິວດິນ ບໍລິເວນແຂງຮໍາຍອງເໜືອ ພາກເໜືອຂອງເກົາຫຼີເໜືອ ເບື້ອງຕົ້ນຢູເອສຈີເອສ ສັນນິຖານວ່າ ບໍແມ່ນແຜ່ນດິນໄຫວຕາມທໍາມະຊາດ ກ່ອນປັບຄວາມຮຸນແຮງເພີ່ມຂື້ນເປັນ 6,3 ໃນເວລາຕໍ່ມາຂະນະທີ່ສໍານັກງານທໍລະນີສາດຂອງຈີນວັດຄວາມແຮງຄັ້ງນີ້ໄດ້ 4,6 ແມກນິຈູດ ແລະຄາດວ່າເປັນແຮງສັ່ນສະເທືອທີ່ເກີດຈາກ ການລະເບີດຢ່າງຮຸນແຮງຂອງວັດຖຸບາງຢ່າງ


ດ້ານສໍານັກຂ່າງ ຢອນຮັບ ລາຍງານວ່າປະທານາທິບໍດີມຸນ ແຈ-ອິນ ເອີ້ນປະຊຸມສຸກເສີນໜ່ວຍງານດ້ານຄວາມໝັ້ນຄົງເພື່ອວິເຄາະສະຖານະການທີ່ເກີດຂື້ນ ທ່າມກາງການສັນນິຖານວ່າອາດຈະເປັນການທົດສອບລະເບີດນິວເຄຣຍຄັ້ງທີ່6 ຂອງລັດຖະບານປຽງຢາງ ໂດຍແຜ່ນດິນໄຫວເກີດຂື້ນພຽງແຕ່ຈັກຊົ່ວໂມງ ສໍານັກຂ່າວກາງຂອງເກົາຫຼີ(ເຄຊີເອັນເອ) ກໍ່ເປີດເຜີຍພາບວັດຖຸທີ່ອ້າງວ່າເປັນຕົ້ນແບບຂອລລະເບີດໄຮໂດຣເຈນລຸ່ນໃໝ່

Cr: US Geological Survey ( USGS )

ไม่มีความคิดเห็น