ເກົາຫຼີເໜືອປະກາດຄວາມສໍາເລັດໃນທົດສອບນິວເຄຍຄັ້ງທີ່ 6 (ກົດຊົມຄລິບ)

ເກົາຫຼີເໜືອປະກາດວ່າການທົດສອບລະເບີດນິວເຄຣຍຄັ້ງທີ 6 ປະສົບຄວາມສໍາເລັດດ້ວຍດີ ໂດຍຈະເປັນການພັດທະນາສູ່ການນໍາໄປຕິດຕັ້ງກັບຫົວລົບຂີປະນາວຸດຂ້າມທະວີບຕໍ່ໄປ



ສໍານັກຂ່າວຕ່າງປະເທດລາຍງານຈາກກຸງໂຊ ປະເທດເກົາຫຼີໃຕ້ ໃນວັນທີ່ 3 ກັນຍາ ວ່າສໍານັກຂ່າວກາງຂອງເກົາຫຼີ(ເຄຊີເອັນເອ) ກະບອກສຽງຂອງລັດຖະບານປຽງຢາງ ປະກາດຄວາມສໍາເລັດໃນທົດສອບນິວເຄຍຄັ້ງທີ່ 6ເຊິ່ງມີຂື້ນໃນວັນອາທິດແລະເປັນອາວຸດເທີໂມນິວເຄຣຍຫຼືລະເບີດໄຮໂດຍເຈນ ທີ່ສາມາດນໍາໄປປະກອດບເຂົ້າກັບຫົວລົບຂອງຂີປະນາວຸດຂ້າມທະວີບ (ໄອຊີບີເອັມ)ໃນອານາຄົດອັນໃກ້ນີ້ຖືເປັນການພັດທະນາການຄັ້ງສໍາຄັນໃນໂຄງການພັກທະນາດ້ານອາວຸດຂອງເກົາລັດຖະບານປຽງຢາງ


ລາຍງານດັ່ງກ່າວໄດ້ຮັບການເຜີຍແຜ່ຫຼັງຈາກສໍານັກງານສໍາຫຼວດທໍລະນີສາດສະຫະລັດ(ຢູເອສຈີເອສ) ກວດພົບການເກີດແຜ່ນດິນໄຫວຄວາມຮຸນແຮງ 5,6 ແມກນິຈູດ ໃນເວລາ 12.36 ນາທີ ຕາມເວລາທ້ອງຖິ່ນ(10.36 ນາທີ ຕາມເວລາໃນປະເທດລາວ)ໂດຍໂດຍຄວາມເລິກຂອງຈຸດສູນກາງຢູ່ທີ່ລະດັບຜິວດິນ ບໍລິເວນແຂງຮໍາຍອງເໜືອ ພາກເໜືອຂອງເກົາຫຼີເໜືອ ເບື້ອງຕົ້ນຢູເອສຈີເອສ ສັນນິຖານວ່າ ບໍແມ່ນແຜ່ນດິນໄຫວຕາມທໍາມະຊາດ ກ່ອນປັບຄວາມຮຸນແຮງເພີ່ມຂື້ນເປັນ 6,3 ໃນເວລາຕໍ່ມາຂະນະທີ່ສໍານັກງານທໍລະນີສາດຂອງຈີນວັດຄວາມແຮງຄັ້ງນີ້ໄດ້ 4,6 ແມກນິຈູດ ແລະຄາດວ່າເປັນແຮງສັ່ນສະເທືອທີ່ເກີດຈາກ ການລະເບີດຢ່າງຮຸນແຮງຂອງວັດຖຸບາງຢ່າງ


ດ້ານປະທານາທິບໍດີມຸນ ແຈ-ອິນ ເອີ້ນປະຊຸມສຸກເສີນໜ່ວຍງານດ້ານຄວາມໝັ້ນຄົງເພື່ອວິເຄາະສະຖານະການທີ່ເກີດຂື້ນ ສ່ວນສະຫະລັດແລະຈີນຍັງບໍ່ສະແດງທ່າທີຊັດເຈນຕໍ່ການທົດສອບນິວເຄຣຍຄັ້ງທີ່ 6 ຂອງເກົາຫຼີເໜືອຖືເປັນຄັ້ງທີ່ 2 ທີ່ມີການອ້າງວ່າເປັນລະເບີດໄຮໂດຣເຈນ

ຄລິບປະກອບ: NORTH KOREA TODAY (DPRK NEWS CHANNEL)


ไม่มีความคิดเห็น