ອີຣ່ານທົດສອບຈະລວດພິໄສປ້ອງກັນໄພທາງອາກາດ(ກົດຊົມຄລິບ)


ກອງທັບອີຣ່ານທົດສອບລະບົບປ້ອງກັນໄພທາງອາກາດ ບາວາຣ໌-373 ທີ່ພັດທະນາຂື້ນເອງພາຍໃນປະເທດໂດຍອອກແບບໃຫ້ມີປະສິດທິພາບໃຫ້ເທົ່າທຽມກັບຈະລວດພິໄສແບບພື້ນສູ່ອາກາດ ເອສ-300 ອັນລືຊື່ຂອງຣັດເຊຍ



ສໍານັກຂ່າວຕ່າງປະເທດລາຍງານຈາກກຸງເຕຫະຣານ ປະເທດອີຣ່ານ ໃນວັນທີ 3 ກັນຍາ ວ່ານາຍພົນຈັດຕະວາ ຟາຣ໌ ເອສໄມລີ ຜູ້ບັນຊາການໜ່ວຍປ້ອງກັນໄພທາງອາກາດ ໃນສັງກັດກອງກໍາລັງພິທັກການປະຕິວັດອີຣ່ານ ເຜີຍໃນວັນອາທິດວ່າ ກອງທັບອີຣ່ານກໍາລັງພັດທະນາລະບົບ ບາວາຣ໌-373 ຄວບຄູ່ໄປກັບການພັດທະນາເອສ-300 ໂດຍບາວາຣ໌-373 ຜະລິດໃນອີຣ໋ານທັງໝົດແລະຊີ້ນສ່ວນບາງສ່ວນແຕກຕ່່າງຈາກ ເອສ-300 ຂອງຣັດເຊຍ



ບາວາຣ໌ ແປວ່າຄວາມເຊື່ອ ເປັນລະບົບປ້ອງກັນຂີປະນາວຸດພິໄສລຸ່ນທໍາອິດຂອງເຕຫະຣານແລະກໍານົດປະຕິບັດການໄດ້ພາຍໃນເດືອນມີນາ ປີ2018
 ໃນປີ 2010 ອີຣ່ານເລີ່ມຜະລິດບາວາຣ໌ ຫຼັງຈາກການຊື້ເອສ-300 ຈາກຣັດເຊຍຖືກລະງັບກ່ອນເນື່ອງຈາກມາດຕະການຄວໍ່າບາດຂອງນານາຊາດແລະຣັດເຊຍຕໍ່ການຂາຍຫຼັງຈາກອີ່ຣ່ານບັນລຸຂໍ້ຕົກລົງກັບກຸ່ມຊາດມະຫາອໍານາດໂລກໃນປີ 2015 ໂດຍລະບົບອສ-300 ທີ່ອີຣ່ານຊື້ ຖືກນໍາເຂົ້ປະຈໍາການໃນເດືອນມີນາ

ໃນວັນເສົາ ທ່ານອາເມຍ ຮາຕາມິ ລັດຖະມົນຕີປ້ອງກັນປະເທດຄົນໃໝ່ຂອງອີຣ່ານກ່າວ ອີຣ່ານມີແຜນການຈໍາເພາະໃນການເພີ່ມປະສິດທິພາບຂອງຂີປະນາວຸດແລະຈະລວດຂອງອີຣ່ານຈະສູງຂື້ນໃນໄລຍະ 4 ປີຂ້າງໜ້າ
ຮູບພາບຈາກ: YouTube, REUTERS
ຄລິບປະກອບ: Instituto Manquehue

ไม่มีความคิดเห็น